(VOVWORLD) -ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕາມພິທີທາງການສູງສຸດ.
(ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາ)
|
ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 04 – 06 ທັນວາ. ຕອນບ່າຍວັນທີ 05 ທັນວາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕາມພິທີທາງການສູງສຸດ.
ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາ.