ທ່ານປະທານາທິບໍດີ ອາເມລິກາ ຍ້ອງຍໍ ການາດາ, ເມັກຊີໂກ ແມ່ນບັນດາ “ຄູ່ຮ່ວມມືການຄ້າສຸດຍອດ”

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Donald Trump ເນັ້ນໜັກວ່າ ເມັກຊີໂກ ແລະ ການາດາ ຈະແມ່ນ “ບັນດາຄູ່ຮ່ວມມືການຄ້າສຸດຍອດ” ຂອງ ອາເມລິກາ ໃນອະນາຄົດ ພາຍຫຼັງ 03 ປະເທດ ບັນລຸໄດ້ຂໍ້ຕົກລົງການຄ້າສະບັບໃໝ່ ທີ່ມີຊື່ວ່າ ສັນຍາ ອາເມລິກາ - ເມັກຊີໂກ - ການາດາ (USMCA). 

 ນອກຈາກ ຖະແຫຼງການທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Twitter ວັນທີ 02 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຍັງສະແດງຄວາມເຊື່ອໝັ້ນຕໍ່ສັນຍາ USMCA, ອາເມລິກາ, ເມັກຊີໂກ ແລະ ການາດາ ວ່າ ອາດຈະເປີດກວ້າງບັນດາຕະຫຼາດ ແລະ ຄູ່ຮ່ວມມືຂອງຕົນຢ່າງມີປະສິດທິຜົນກວ່າເກົ່າ.

        ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວ ໄດ້ປິດປະຕູເຂົ້າຕະຫຼາດ ອາເມລິກາເໜືອ ສໍາລັບ ຈີນ, ເພາະວ່າໃນສັນຍາສະບັບດັ່ງກ່າວໄດ້ມີມາດຕາຫ້າມບັນດາປະເທດສະມາຊິກ ປະຕິບັດບໍ່ວ່າຂໍ້ຕົກລົງການຄ້າໃດກັບບັນດາປະເທດທີ່ຍັງບໍ່ທັນໄດ້ຮັບຮອງວ່າ ແມ່ນພື້ນຖານເສດຖະກິດການຕະຫຼາດຢ່າງພຽງພໍ, ມີການໜູນຊ່ວຍຈາກລັດ ສໍາລັບວິສາຫະກິດ ຫຼືກໍ່ຄວາມສ່ຽງຕໍ່ລະບົບການຜະລິດ ອາເມລິກາເໜືອ, ຄື ຈີນ ແລະ ຊໍ້າບໍ່ໜໍາ ນັບທັງ ເວເນຊູເອລາ


ຕອບກັບ

ຂ່າວ/ບົດ​ອື່ນ