ທ່ານປະທານາທິບໍດີ ອາເມລິກາ ເຊັນປະກາດໃຊ້ກົດໝາຍວ່າດ້ານການຕ້ານການຄຽດແຄ້ນສຳລັບຊາວເຊື້ອຊາດ ອາຊີ
(VOVWORLD) -ກົດໝາຍໄດ້ກ່າວປະນາມຢ່າງແຮງ ຕໍ່ບັນດາການກະທຳຈຳແນກເຊື້ອຊາດຜິວພັນເລັ່ງໃສ່ປະຊາຄົມຊາວເຊື້ອຊາດອາຊີຢູ່ ອາເມລິກາ, ກຳນົດສ້າງຕັ້ງໜ່ວຍງານໃໝ່ ຢູ່ ກະຊວງຍຸຕິທຳ ທີ່ມີໜ້າທີ່ພິຈາລະນາບັນດາການຕີລາຄາກ່ຽວກັບຄວາມສ່ຽງເກີດການກະທຳໂທດກຳສຳລັບຊາວເຊື້ອຊາດອາຊີ.
ທ່ານປະທານາທິບໍດີ ອາເມລິກາ ເຊັນປະກາດໃຊ້ກົດໝາຍວ່າດ້ານການຕ້ານການຄຽດແຄ້ນສຳລັບຊາວເຊື້ອຊາດ ອາຊີ (ພາບ: REUTERS) |
ວັນທີ 20 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍໂທດກຳຄຽດແຄ້ນ ໂຄວິດ - 19, ເພື່ອແນໃສ່ສະກັດກັ້ນເຫດທຳຮ້າຍ, ຈຳແນກການປະພຶດຕໍ່ຊາວອາເມລິກາ ເຊື້ອຊາດ ອາຊີ, ຊຶ່ງພວມເພີ່ມຂຶ້ນໃນເວລາມໍ່ໆມານີ້ ໃນສະພາບການໂລກລະບາດໂຄວິດ - 19 ພວມເກີດຂຶ້ນຢູ່ປະເທດນີ້.
ກົດໝາຍໄດ້ກ່າວປະນາມຢ່າງແຮງ ຕໍ່ບັນດາການກະທຳຈຳແນກເຊື້ອຊາດຜິວພັນເລັ່ງໃສ່ປະຊາຄົມຊາວເຊື້ອຊາດອາຊີຢູ່ ອາເມລິກາ, ກຳນົດສ້າງຕັ້ງໜ່ວຍງານໃໝ່ ຢູ່ ກະຊວງຍຸຕິທຳ ທີ່ມີໜ້າທີ່ພິຈາລະນາບັນດາການຕີລາຄາກ່ຽວກັບຄວາມສ່ຽງເກີດການກະທຳໂທດກຳສຳລັບຊາວເຊື້ອຊາດອາຊີ. ກົດໝາຍກໍ່ຮຽກຮ້ອງສະໜອງແຫຼ່ງອຸປະຖຳໃຫ້ແກ່ບັນດາລັດ ສ້າງ ໂທລະສັບສາຍດ່ວນ ເພື່ອລາຍງານບັນດາໂທດກຳຄຽດແຄ້ນ ແລະ ບຳລຸງສ້າງບັນດາອົງການປະຕິບັດກົດໝາຍກ່ຽວກັບການສະກັດກ້ັນ ແລະ ກຳນົດອາດຊະຍາກຳຄຽດແຄ້ນ.