ທ່ານປະທານາທິບໍດີ Abbas ໄດ້ຮັບເລືອກຕັ້ງ ເປັນຜູ້ນຳໜ້າລັດຖະບານ ຊົ່ວຄາວ Palextin
ທ່ານປະທານາທິບໍດີ Mahmoud Abbas
(ພາບ: Reuters)
(vov5.vn) ບັນດາພັກຝ່າຍຄ້ານຢູ່ Palextin ໄດ້ເຫັນດີເປັນເອກະສັນ ເລືອກຕັ້ງທ່ານ ປະທານາທິບໍດີ Mahmoud Abbas ເປັນຜູ້ນຳໜ້າລັດຖະບານຊົ່ວຄາວ, ຮັບຜິດຊອບການຕິດຕາມກວດກາວຽກງານກະກຽມໃຫ້ແກ່ການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດທີ່ຈະມາເຖິງ. ຂະບວນການອິດສະລາມ Hamas ພວມຄວບຄຸມ ເຂດ Gaza ແລະ ຂະບວນການ Fatah ຂອງທ່ານປະທານາທິບໍດີ Abbas ພວມຄວບຄຸມພາກຕາເວັນຕົກແມ່ນ້ຳຈໍແດນ ໄດ້ເຫັນດີເປັນເອກະສັນ ”ສ້າງຕັ້ງລັດຖະບານເອກະພາບແຫ່ງຊາດດ້ວຍການເຂົ້າຮ່ວມຂອງບັນດາຕົວແທນເອກະລາດ”. ລັດຖະບານນີ້ຈະຢູ່ພາຍໃຕ້ການບໍລິຫານຂອງທ່ານປະທານາທິບໍດີ Abbas ແລະ ຮັບຜິດຊອບການຕິດຕາມກວດກາບັນດາການເລືອກຕັ້ງ. ເລື່ອງສ້າງຕັ້ງລັດຖະບານຊົ່ວຄາວຈະໄດ້ຮັບການປະກາດຢ່າງເປັນທາງການທີ່ກອງປະຊຸມ “ບັນດາພັກຝ່າຍການເມືອງ Palextin“ ເຊິ່ງຈະດຳເນີນຢູ່ນະຄອນຫຼວງ Cairo ປະເທດ ອີຢິບ ໃນວັນທີ 18/2 ຈະມາເຖິງ. ບັນດາຝ່າຍກໍ່ຈະກຳນົດເວລາດຳເນີນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ຢ່າງເປັນທາງການ.