ທ່ານປະທານາທິບໍດີ Joe Biden ປະກາດແຜນການຖອນກຳລັງທະຫານ ອາເມລິກາ ອອກຈາກ ອາບການິດສະຖານ ຢ່າງເປັນທາງການ
(VOVWORLD) -ຖ້າຫາກວ່າ ການກຳນົດເວລາຖອນທະຫານຂອງທ່ານປະທານາທິບໍດີ Joe Biden ໄດ້ຮັບການປະຕິບັດນັ້ນ ສົງຄາມທີ່ແກ່ຍາວທີ່ສຸດໃນປະຫວັດສາດ ອາເມລິກາ ຈະສິ້ນສຸດເຊິ່ງໄດ້ເຮັດໃຫ້ທະຫານປະມານ 2.400 ຄົນ ເສຍຊີວິດ ແລະ ຄາດວ່າໄດ້ສົ່ງຜົນເສຍຫາຍ ປະມານ 2.000 ຕື້ USD.
ທ່ານປະທານາທິບໍດີ ອາເມລິກາ Joe Biden ວາງພວງມາລາອາໄລຫາພົນທະຫານ ອາເມລິກາ ທີ່ເສຍຊີວິດໃນສົງຄາມ ຢູ່ ອາບການິດສະຖານ (ພາບ: AP) |
ທ່ານປະທານາທິບໍດີ ອາເມລິກາ Joe Biden ຫາກໍຍົກອອກແຜນການຖອນກຳລັງທະຫານ ອາເມລິກາ ອອກຈາກ ອາບການິດສະຖານ ແລະ ສິ້ນສຸດສົງຄາມແກ່ຍາວທີ່ສຸດຂອງ ອາເມລິກາ ໃນພິທີລະນຶກເຖິງເຫດບຸກໂຈມຕີ ທີ່ເກີດຂຶ້ນໃນວັນທີ 11 ກັນຍາ ຄົບຮອບ 20 ປີ. ກ່າວຄຳເຫັນທີ່ທຳນຽບຂາວ ໃນວັນທີ 14 ເມສາ, ທ່ານປະທານາທິບໍດີ Joe Biden ຖະແຫຼງວ່າ ຮອດຈຸດເວລາສິ້ນສຸດສົງຄາມດັ່ງກ່າວແລ້ວ. ຖ້າຫາກວ່າ ການກຳນົດເວລາຖອນທະຫານຂອງທ່ານປະທານາທິບໍດີ Joe Biden ໄດ້ຮັບການປະຕິບັດນັ້ນ ສົງຄາມທີ່ແກ່ຍາວທີ່ສຸດໃນປະຫວັດສາດ ອາເມລິກາ ຈະສິ້ນສຸດເຊິ່ງໄດ້ເຮັດໃຫ້ທະຫານປະມານ 2.400 ຄົນ ເສຍຊີວິດ ແລະ ຄາດວ່າໄດ້ສົ່ງຜົນເສຍຫາຍ ປະມານ 2.000 ຕື້ USD.