ທ່ານປະທານາທິບໍດີ Mahmoud Abbas ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍ ປາແລັດສະຕິນ
(VOVWORLD) - ວັນທີ 12 ກຸມພາ, ທ່ານປະທານາທິບໍດີ ປາແລັດສະຕິນ ກ່າວຫາ ອິດສະຣາແອັນວ່າ “ຂ້າມທຸກເສັ້ນພົມແດນ” ຢູ່ ພາກຕາເວັນອອກ Jerusalem ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ສະເພາະວັນທີ 27 ມັງກອນ, ອິດສະຣາແອັນ ໄດ້ດຳເນີນຫຼາຍບັ້ນບຸກໂຈມຕີທາງອາກາດ ເຂົ້າ Gaza (ພາບ: AFP/TTXVN) |
ກ່າວຄຳເຫັນທີ່ກອງປະຊຸມຂອງ ສະຫະພັນ ອາຣັບ (AL) ຢູ່ນະຄອນຫຼວງ Cairo, ອີຢິບ, ທ່ານປະທານາທິບໍດີ Mahmoud Abbas ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນປົກປ້ອງຊາວ ປາແລັດສະຕິນ ແລະ ກະຕຸກຊຸກຍູ້ເພື່ອຢຸດຕິການຢຶດຄອງ ກໍຄືການກະທຳຕາມລຳພັງຝ່າຍດຽວຂອງ ອິດສະຣາແອັນ “ຂ້າມທຸກເສັ້ນພົມແດນ” ຢູ່ພາກຕາເວັນອອກ Jerusalem ແລະ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ທ່ານປະທານາທິບໍ Mahmoud Abbas ຊີ້ແຈ້ງວ່າ ປາແລັດສະຕິນ ຈະໄປຍັງ ສປຊ ແລະ ບັນດາອົງການທີ່ກ່ຽວຂ້ອງ, ໃນນັ້ນມີ ສະພາຄວາມໝັ້ນຄົງ, ເພື່ອສ່ອງແສງບັນດາການກະທຳລະເມີດຂອງ ອິດສະຣາແອັນ. ປາແລັດສະຕິນ ຈະຮຽກຮ້ອງໃຫ້ຜ່ານມະຕິວ່າດ້ວຍການປ້ອງກັນມາດຕະການຄົງຕົວທັງສອງລັດ ດ້ວຍວິທີ ຮັບຮອງເອົາ ປາແລັດສະຕິນ ເປັນສະມາຊິກຂອງ ສປຊ.