ທ່ານປະທານແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນສິ້ນສຸດການຢ້ຽມຢາມສ.ເກົາຫຼີ

ທ່ານປະທານແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນສິ້ນສຸດການຢ້ຽມຢາມສ.ເກົາຫຼີ - ảnh 1
ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມສະຖານທູດ
ຫວຽດນາມ ປະຈຳ ສ:ເກົາຫຼີ
(ພາບ: daidoanket)

(vovworld) – ​ ​  ພາຍຫລັງ​ເຮັດ​ວຽກ​ເປັນ​ເວລາ 3 ວັນ, ການ​ຢ້ຽມຢາມ​ມິດຕະພາບ ສ.​ເກົາຫຼີ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນຳ​ໜ້າ ​ໄດ້​ສິ້ນ​ສຸດ​ໃນ​ຕອນ​ບ່າຍ​ວັນທີ 19/08. ​ໃນ​ຂອບ​ເຂກ​ການ​ຢ້ຽມຢາມ, ວັນ​ທີ 19/08, ທ່ານ​ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ມີ​ການ​ພົບ​ປະ​ສັງ​ສັນ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມຊາວ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ, ຮ່​ຳຮຽນ ​ແລະ ອອກ​ແຮງ​ງານຢູ່ ສ.​ເກົາຫຼີ, ຢ້ຽມຢາມ​ເຂດ​ເສດຖະກິດ​ເສລີ Incheon ​ແລະ ສູນບັນຊາ​ນະຄອນສະຫລາດ​ຢູ່ Incheon, ​ເປັນ​ປະທານ​ກອງ​ປະຊຸມ​ສຳ​ມະ​ນາ “ຜົນງານ​​ຂອງ ຫວຽດນາມ ພາຍຫລັງ 30 ປີແຫ່ງການປ່ຽນໃໝ່”.

        ກ່ອນ​ໜ​້ານັ້ນ, ຕອນ​ບ່າຍ​ວັນ​ທີ 18/08, ທ່ານ​ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Hwang Kyo-Ahn ຕາມ​ພິທີການ​ທູດ.

 

 

ຂ່າວ/ບົດ​ອື່ນ