ທ່ານຜູ້ມີອຳນາດເຕັມ ອົດສະຕາລີ David Hurley ໄປຢ້ຽມຢາມ ທາງລັດຖະກິດຫວຽດນາມ
(VOVWORLD) - ທ່ານຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ແມ່ນການນຳຕ່າງປະເທດຄົນທຳອິດທີ່ ມາຢາມຫວຽດນາມຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວໍວັນເຖືອງ ນັບແຕ່ເວລາທ່ານດຳລົງຕຳແໜ່ງເປັນປະທານປະເທດ.
ທ່ານຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley (ພາບ: abc.net.au) |
ຕາມແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ ໃນວັນທີ 30 ມີນາ ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວໍວັນເຖືອງ, ທ່ານຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 3 - 6 ເມສາ. ທ່ານຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ແມ່ນການນຳຕ່າງປະເທດຄົນທຳອິດທີ່ ມາຢາມຫວຽດນາມຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວໍວັນເຖືອງ ນັບແຕ່ເວລາທ່ານດຳລົງຕຳແໜ່ງເປັນປະທານປະເທດ. ຕາມຂໍ້ມູນຈາກສະຖານທູດ ອົດສະຕາລີປະຈຳ ຫວຽດນາມ ແລ້ວ, ໃນການຢ້ຽມຢາມຄັ້ງນີ້, ທ່ານຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ຈະພົບປະທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ພ້ອມທັງເຂົ້າຮ່ວມບາງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ.