(VOVWORLD) - ທ່ານຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) Rafael Grossi ໃຫ້ຮູ້ວ່າ ທ່ານພວມກະກຽມເດີນທາງໄປປະຕິບັດງານຢູ່ລັດເຊຍ ແລະ ຢູແກຼນ ເພື່ອປຶກສາຫາລືກ່ຽວກັບການຮັບປະກັນຄວາມປອດໄພໃຫ້ແກ່ໂຮງງານໄຟຟ້າ Zaporizhzia.
ໂຮງງານ ໄຟຟ້ານິວເຄຼຍ Zaporizhzia (ພາບ: AFP/TTXVN) |
ວັນທີ 20 ພະຈິກ, ເພື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ BFM (ຝລັ່ງ), ທ່ານຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) Rafael Grossi ໃຫ້ຮູ້ວ່າ ທ່ານພວມກະກຽມເດີນທາງໄປປະຕິບັດງານຢູ່ລັດເຊຍ ແລະ ຢູແກຼນ ເພື່ອປຶກສາຫາລືກ່ຽວກັບການຮັບປະກັນຄວາມປອດໄພໃຫ້ແກ່ໂຮງງານໄຟຟ້າ Zaporizhzia.
ຕາມຜູ້ນຳ IAEA ແລ້ວ, ຖ້າສະພາບການສະດວກ, ບັນດານັກຊ່ຽວຊານຂອງອົງການນີ້ຈະລົງກວດກາໂຮງງານໄຟຟ້າ Zaporizhzia ໃນວັນທີ 21 ພະຈິກ ເພື່ອຕີລາຄາຜົນເສຍຫາຍພາຍຫຼັງບັນດາເຫດຍິງປືນໃຫຍ່ຄັ້ງຫຼ້າສຸດ. ທ່ານ Rafael Grossi ກໍ່ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳ ສ້າງຄວາມວິຕົກກັງວົນນີ້ໂດຍທັນທີ.