ທ່ານພົນໂທຫງວຽນຈີ໋ວິ້ງຕ້້ອນຮັບຄະນະນັກວິຊາການກະຊວງປ້ອງກັນປະເທດລາວ
ທ່ານພົນໂທ ຫງວຽນຈີ໋ວິ້ງ
(vovworld) – ຕອນບ່າຍວັນທີ 21/5 ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີ໋ວິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະນັກວິຊາການກະຊວງປ້ອງກັນປະເທດ ລາວ ໂດຍທ່ານພົນຈັດຕະວາ ອອນສີ ແສນສຸກ ຫົວໜ້າຫ້ອງການກະຊວງປ້ອງກັນປະເທດ ລາວ ເປັນຫົວໜ້າຄະນະທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ອອນສີ ແສນສຸກ ໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມຫວຽກນາມຄັ້ງນີ້, ຄະນະນັກວິຊາການກະຊວງປ້ອງກັນປະເທດ ລາວ ໄດ້ເຮັດວຽກກັບຄະນະນັກວິຊາກະຊວງປ້ອງກັນປະເທດ ຫວຽດນາມ ເພື່ອແນໃສ່ຖອດຖອນຫບົດຮຽນໃຫ້ແກ່ບັນດາພະນັກງານວິິຊາສະເພາະກອງທັບ ລາວ ໃນການຈັດຕັ້ງກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ. ສ່ວນທ່ານພົນໂທ ຫງວຽນຈີ໋ວິ້ງ ສະເໜີບັນດານັກຊ່ຽວຊານຂອງກະຊວງປ້ອງກັນປະເທດ 2 ປະເທດສືບຕໍ່ປຶກສາຫາລື, ເພີ່ມເຕີມບັນດາເນື້ອໃນ ໃນວຽກງານຈັດຕັ້ງກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ທີ່ເໝາະສົມກັບສະພາບຕົວຈິງຢູ່ແຕ່ລະປະເທດ, ຜ່ານນັ້ນ ຍົກສູງທີ່ຕັ້ງບົດບາດຂອງກອງທັບ ລາວ ກັບສາກົນ ແລະ ພາກພື້ນ, ພ້ອມທັງເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ກອງທັບ.