ທ່ານລັດຖະມົນຕີການຕ່າງປະເທດ ຈີນ ປະຕິເສດບັນດາຄຳຕຳຫນິຕິຕຽນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ

(VOVWORLD) - ນະໂຍບາຍສຳຜັດ ຈີນ ຂອງບັນດາລັດຖະບານ ອາເມລິກາ ຖືກປະລາໄຊ” ແມ່ນການປະຕິເສດໝາກຜົນຂອງການພົວພັນລະຫວ່າງ ຈີນ - ອາເມລິກາ ໃນໄລຍະກ່ວາ 40 ປີຜ່ານມາ.

ໃນບົດຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຊິນຮວາ ໃນວັນທີ 05 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ຢືນຢັນວ່າ: ເລື່ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຖືວ່າ: “ນະໂຍບາຍສຳຜັດ ຈີນ ຂອງບັນດາລັດຖະບານ ອາເມລິກາ ຖືກປະລາໄຊ” ແມ່ນການປະຕິເສດໝາກຜົນຂອງການພົວພັນລະຫວ່າງ ຈີນ - ອາເມລິກາ ໃນໄລຍະກ່ວາ 40 ປີຜ່ານມາ.

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ປະຕິເສດບັນດາຄຳຕຳຫນິຕິຕຽນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: ສຳນັກຂ່າວສານ ຊິນຮວາ)

        ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການຂາດຄວາມເຂົ້າໃຈສຳລັບວິວັດການພັດທະນາຂອງປະຫວັດສາດເທົ່ານັ້ນ ຫາກຍັງແມ່ນການບໍ່ເຄົາລົບສຳລັນສຳບັບປະຊາຊົນ 2 ປະເທດອີກດ້ວຍ. ທ່ານ ຫວາງອີ ຖືວ່າ: ປະຈຸບັນ, ຈີນ ແລະ ອາເມລິກາ ຍັງມີຈຸດແຕກຕ່າງກັນຫລາຍຢ່າງ, ເຖິງຢ່າງໃດກໍ່ຕາມ ຈຸດແຕກຕ່າງກັນໃນອະດີດ, ປະຈຸບັນ ແລະ ອະນາຄົດ ຈະບໍ່ສົ່ງຜົນສະທ້ອນຕໍ່ເລື່ອງ 2 ປະເທດຢູ່ຮ່ວມກັນໃນສັນຕິພາບ, ຮ່ວມມື ແລະ ພ້ອມກັນໄດ້ຮັບໄຊຊະນະ.

        ແລະກໍ່ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຊິນຮ່ວາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກໍ່ໄດ້ຍົກອອກຂໍ້ສະເໜີ 4 ຢ່າງ ເພື່ອແນໃສ່ສ້າງກອບການພົວພັນລະຫວ່າງ ຈີນ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ