ທ່ານ​ລັດຖະມົນຕີ​ ຟຸ່ງຊວັນ​ຍະ ຕ້ອນຮັບ​​ເອ​ກອັກຄະ​ລັດຖະທູດ​ ອັງ​ໂກລາ ປະ​ຈໍາ ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຟຸ່ງຊວັນຍະ ໄດ້ໃຫ້ການຕ້ອນຮັບທ່ານ  Agostinho Andre de Carvalho  Fernandes ເອກອັກຄະລັດຖະທູດ ອັງໂກລາ ປະຈໍາ ຫວຽດນາມ. 
ທ່ານ​ລັດຖະມົນຕີ​ ຟຸ່ງຊວັນ​ຍະ ຕ້ອນຮັບ​​ເອ​ກອັກຄະ​ລັດຖະທູດ​ ອັງ​ໂກລາ ປະ​ຈໍາ ຫວຽດນາມ - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຟຸ່ງຊວັນຍະ ຕ້ອນຮັບທ່ານ  Agostinho Andre de Carvalho  Fernandes ເອກອັກຄະລັດຖະທູດ ອັງໂກລາ ປະຈໍາ ຫວຽດນາມ

    ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບໂດຍພື້ນຖານບາງເນື້ອໃນ ເພື່ອກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 7 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ອັງໂກລາ.

        ກ່ຽວກັບການສຶກສາ ແລະ ກໍ່ສ້າງ, ທ່ານ ຟຸ່ງຊວັນຍະ ຖືວ່າ ສອງຝ່າຍຕ້ອງເຫັນດີເປັນເອກະພາບເລືອກເອົາບັນດາຂົງເຂດວຽກງານທີ່ຈະຮ່ວມມືກັນໃນໄລຍະ 5 ປີ ຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍພ້ອມແລ້ວທີ່ຈະແບ່ງປັນບັນດາປະສົບການບົດຮຽນກັບ ອັງໂກລາ ກ່ຽວກັບການປ່ຽນແປງໃໝ່ການສຶກສາ, ໂດຍສະເພາະແມ່ນການສຶກສາສາມັນ - ນີ້ແມ່ນໜ້າທີ່ ເຊິ່ງຫວຽດນາມ ພວມຍູ້ແຮງຜັນຂະຫຍາຍ.

        ສ່ວນທ່ານ Agostinho Andre de Carvalho  Fernandes ເອກອັກຄະລັດຖະທູດ ອັງໂກລາ ປະຈໍາຫວຽດນາມ  ປາດຖະໜາວ່າ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຈະສະໜັບສະໜູນ ແລະ ຍູ້ແຮງການຮ່ວມມືພັດທະນາການສຶກສາ, ໜູນຊ່ວຍ ອັງໂກລາໃນການກໍ່ສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ທ່ານກໍສະແດງຄວາມປາດຖະໜາ ໄດ້ຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ. ພ້ອມທັງຖືວ່າ ລັດຖະບານສອງປະເທດ ຄວນຊອກຫາເສັ້ນທາງຮ່ວມມືທີ່ດີໃນອະນາຄົດ ເປັນຕົ້ນແມ່ນ ລົງນາມໃນເອກະສານນິຕິກໍາສະບັບຕ່າງໆ, ຈາກນັ້ນຈະ ມີບັນດາການກະທໍາລະອຽດ./.

ນັກຂ່າວ ທູຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ