ທ່ານຫງວຽນຊວນ​ຟຸກປະຊຸມ ​ກັບບັນດາ​ອົງການ​ຈັດຕັ້ງສາກົນ​​ໜູນ​ຊ່ວຍ​ຫວຽດນາມ

ທ່ານຫງວຽນຊວນ​ຟຸກປະຊຸມ ​ກັບບັນດາ​ອົງການ​ຈັດຕັ້ງສາກົນ​​ໜູນ​ຊ່ວຍ​ຫວຽດນາມ - ảnh 1

(ພາບປະກອບ: medlatec.vn)

(VOV)- ​ຕອນ​ບ່າຍວັນ​ທີ 26/11, ຢູ່​ນະຄອນ​ດ່າ​ນັງ, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ, ປະທານ​ຄະນະ​ກຳມະການປ້ອງ​ກັນ, ຕ້ານ​ໂລກ AIDS ​ແລະ ​ປ້ອງ​ກັນ, ຕ້ານ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ​ແຫ່ງ​ຊາດ ​ໄດ້​ເປັນ​ປະທານ​ການ​ປະຊຸມ​ກັບ​ກຸ່ມ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ຜູ້ຕາງໜ້າບັນດາ​ອົງການ​ຈັດຕັ້ງສາກົນ​ປະສານ​ງານ​ໂຄງການ​ປ້ອງ​ກັນ, ຕ້ານ​ເຊື້ອ HIV/​ໂລກAIDS. ທີ່​ການ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ຄຽງ​ຂ້າງ​ບັນດາ​ການ​ເຄື່ອນ​ໄຫວວິຊາ​ສະ​ເພາະ​ເຕັກນິກ​ແລ້ວ, ບັນດາ​ການ​ບໍລິການປ້ອງ​ກັນ, ຕ້ານ​ເຊື້ອ HIV/​ໂລກAIDS ຂອງ​ຫວຽດນາມ ​ໄດ້​ຮັບ​ການເປີດ​ກ້ວາງ, ​ລະບົບ​ບັນດາ​ເອກະສານ​ນິຕິ​ກຳ, ນະ​ໂຍບາຍ​ໃໝ່​ໄດ້​ຮັບ​ການ​ປະກາດ​ໃຊ້. ທ່ານ​ໃຫ້​ຮູ້​ວ່າ: ຄາດ​ວ່າ, ຍອດ​ຄ່າ​ໃຊ້​ຈ່າ​ຍ​ໃຫ້​ແກ່ບັນດາ​ການ​ເຄື່ອນ​ໄຫວປ້ອງ​ກັນ, ຕ້ານ​ເຊື້ອ HIV/​ໂລກAIDS ​ໄລຍະ 2013-2020 ​ແມ່ນ​ເກືອບ 27.000 ຕື້​ດົ່ງ ​ແລະ ສະ​ເໜີ​ໃຫ້​ບັນດາ​ອົງການ​ຈັດຕັ້ງສາກົນ​ຈົ່ງ​ສືບ​ຕໍ່​ໃຫ້​ຄຳໝັ້ນສັນຍາ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ໜຸນ​ຊ່ວຍ​ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ, ຊ່ວຍ​ຫວຽດນາມ ​ເຊື່ອມ​ຕໍ່​ກັບ​ກຸ່ມ​ອາ​ຊຽນ​ໃນ​ວຽກ​ງານປ້ອງ​ກັນ, ຕ້ານ​ເຊື້ອ HIV/​ໂລກAIDS. ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ: ຫວຽດນາມ ສືບ​ຕໍ່​ໃຫ້​ຄຳໝັ້ນສັນຍາ​ເພີ່ມ​ທະວີການ​​ລົງທຶນ​ໃຫ້​ແກ່​ຈຸດໝາຍປ້ອງ​ກັນ, ຕ້ານ​ເຊື້ອ HIV/​ໂລກAIDS ​ແຫ່ງ​ຊາດ.

 

 

ຂ່າວ/ບົດ​ອື່ນ