ທ່ານຫງວຽນຊວນຟຸກພົບປະກັບອະດີດເລຂາທິການໃຫຍ່,ປະທານປະເທດລາວແລະອະດີດນາຍົກລັດຖະມົນຕີລາວ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຖາມຂ່າວ
ອະດີດເລຂາທິການໃຫຍ່, ປະທານປະເທດ ຈຸມມະລີ ໄຊຍະສອນ
(vovworld) – ຕອນບ່າຍວັນທີ 08/09, ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ພາຍຫລັງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28-29 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມຖາມຂ່າວອະດີດເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ຈຸມມະລີ ໄຊຍະສອນ ແລະ ອະດີດນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງສິງ ທຳມະວົງ. ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ມີຄວາມພາກພູມໃຈເມື່ອໄດ້ພົບກັບອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ຈຸມມະລີ ໄຊຍະສອນ; ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ການພົວພັນແບບພິເສດ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍ ລາວ ຈັດຕັ້ງສຳເລັດບັນດາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 – 29 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢ່າງຈົບງາມ, ສຳເລັດໜ້າທີ່ຮັບຜິດຊອບເປັນປະທານ ອາຊຽນ 2016, ສ້າງຄວາມປະທັບໃຈອັນດີງາມຕໍ່ບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືຕ່າງໆ.
ທີ່ການພົບປະກັບອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ຫວນຄືນບັນດາບາດກ້າວພັດທະນາຢ່າງແຮງ ແລະ ມີປະສິດທິຜົນຂອງສາຍພົວພັນຮອບດ້ານລະຫວ່າງ 2 ປະເທດ, ໃນນັ້ນ ມີການປະຕິບັດສັນຍາຮ່ວມມື ຫວຽດນາມ - ລາວ ໄລຍະ 2011 – 2015 ຢ່າງມີໄຊ ແລະ ບັນລຸໄດ້ຈຸດໝາຍສຳຄັນຫລາຍຢ່າງ ໃນຍຸດທະສາດຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກ ຫວຽດນາມ - ລາວ ໄລຍະ 2011 – 2020. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ: ອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ແລະ ບັນດາອະດີດການນຳ ລາວ ສືບຕໍ່ປະກອບສ່ວນຮັດແໜ້ນການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ ກ່ວາອີກ.