ທ່ານຫງວຽນຊວນຟຸກໄດ້ຮັບສະເໜີໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ
ທ່ານຫງວຽນຊວນຟຸກໄດ້ຮັບສະເໜີໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ
(ພາບປະກອບ)
(vovworld) - ຕາມໝາກຜົນການປ່ອນບັດທີ່ໄດ້ປະກາດໃນຕອນບ່າຍວັນທີ 06/04, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ສະພາແຫ່ງຊາດໄດ້ເປັນເອກະພາບໃຫ້ເຊົາດຳລົງຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານ ຫງວຽນເຕີນຢຸງ ດ້ວຍອັດຕາບັດເຫັນດີ 84,62%.
ແລະກໍໃນກອງປະຊຸມຕອນບ່າຍວັນທີ 06/04, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ສະເໜີທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ. ໃບສະເໜີຂອງປະທານປະເທດຊີ້ແຈ້ງວ່າ, ອີງໃສ່ມາດຕາ 88 ຂອງລັດຖະທຳມະນູນຫວຽດນາມ, ມາດຕາ 8 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ, ມະຕິເລກທີ 01 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12, ກົດລະບຽບຂອງກອງປະຊຸມສະພາແຫ່ງຊາດ ເພື່ອສະເໜີສະພາແຫ່ງຊາດເລືອກຕັ້ງທ່ານ ຫງວຽນຊວນຟຸກ ດຳລົງຕຳແໜ່ງນາຍົກລັດຖະມົນຕີ.
ທ່ານ ຫງວຽນຊວນຟຸກ ເກີດປີ 1954. ທ່ານໄດ້ຮັບດຳລົງບັນດາຕຳແໜ່ງຄື: ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນແຂວງກວາງນາມ; ຮອງຫົວໜ້າອົງການກວດກາລັດຖະບານ; ລັດຖະມົນຕີ - ຫົວໜ້າຫ້ອງວ່າການລັດຖະບານ; ຮອງນາຍົກລັດຖະມົນຕີ. ທ່ານແມ່ນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 10, 11, 12; ກຳມະການກົມການເມືອງຊຸດທີ 11, 12.