ທ່ານຫງວຽນເຕີນຢູງຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລ ແຫ່ງຊາດຮ່າໂນ້ຍ

ທ່ານຫງວຽນເຕີນຢູງຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລ ແຫ່ງຊາດຮ່າໂນ້ຍ - ảnh 1
ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ

(ພາບ: tienphong.vn)

(vovworld) -  ຕອນ​ເຊົ້າວັນ​ທີ 18/3, ​ເມື່ອ​ມາ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ບັນດາ​ຄູ​ອາຈານ, ນັກວິທະຍາສາດ, ພະນັກງານ, ນັກ​ສຶກສາມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ເນັ້ນໜັກ​ວ່າ: ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີຄຸນ​ນະພາ​ບສູງ​ແມ່ນ​ໜຶ່ງ​ໃນ​ສາມ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ, ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ​ໃນ​ປີ 2020. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ບັນດາ​ບ້ານ​ກ້າວ​ເດີນ​ຂອງມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ສ້າງ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ຖັນ​ແຖວ​ພະນັກງານ, ​ຄູ​ອາຈານ, ຍົກ​ສູງ​ຈຳນວນ ​ແລະ ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ມະຫາວິທະຍາ​ໄລ, ​ເໜືອ​ມະຫາວິທະຍາ​ໄລ​ເ​ທື່ອລະ​ກ້າວ, ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ບັນດາ​ມະຫາວິທະຍາ​ໄລ​ໃນ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ຄົ້ນຄ້ວາວິທະຍາ​ສາດ​ໃນ​ຫຼາຍ​ຂົງ​ເຂດຢ່າ​ງ​ເລິກ​ເຊິ່ງ… ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ  ຮຽກຮ້ອງ​ໃຫ້ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຈົ່ງຮີບ​ເຮັ່ງ​ສຳ​ເລັດ​ຮູບ​ແບບ​ການຈັດຕັ້ງ, ກົນ​ໄກ​ເຄື່ອນ​ໄຫວຂອງມະຫາວິທະ ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ; ຖື​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ມະຫາວິທະຍາ​ໄລ, ​ເໜືອ​ມະຫາວິທະຍາ​ໄລເປັນ​ສຳຄັນ​ພິ​ເສດ, ມີ​ຄວາມ​ສາມາດ​ຕອບ​ສະໜອງ​​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້​ງທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດເປັນ​ຢ່າງ​ດີ​.

 

 

ຂ່າວ/ບົດ​ອື່ນ