ທ່ານກຳປັ່ນແລກຮ້ວຽນ
(ພາບ: trandaiquang.net)
(vovworld)- ຕອນເຊົ້າວັນທີ 14/4, ຢູ່ເມືອງກາດຫາຍ, ນະຄອນຫາຍຟ່ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ອອກຄຳສັ່ງເລິ່ມລົງມືໂຄງການລົງທຶນກໍ່ສ້າງທ່າກຳປັ່ນສາກົນຫາຍຟ່ອງ (ທ່າກຳປັ່ນແລກຮ້ວຽນ). ນີ້ແມ່ນໂຄງການທີ່ມີຄວາມໝາຍພິເສດ. ບໍ່ພຽງແຕ່ໄດ້ປະກອບສ່ວນຊຸກຍູ້ເສດຖະກິດສັງຄົມ, ຮັບປະ ກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຍູ້ໄວວິວັດການຫັນເປັນ ອຸດສາຫະກຳ ແລະ ທັນສະໄໝຂອງນະຄອນຫາຍຟ່ອງ, ເຂດພາກເໜືອ ແລະ ທົ່ວປະເທດເທົ່ານັ້ນ ຫາກຍັງຢັ້ງຢືນທີ່ຕັ້ງບົດບາດ ແລະ ຈຸດດີເສດຖະກິດທະເລຂອງຫວຽດນາມ ອີກດ້ວຍ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ເນັ້ນໜັກວ່າ:
“ຍຸດທະສາດທະເລຫວຽດນາມ ຮອດປີ 2020 ຊື່ງໄດ້ຮັບຮອງເອົາທີ່ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 10 ໄດ້ກຳນົດຈຸດໝາຍຮອດປີ 2020 ແມ່ນສູ້ຊົນນຳຫວຽດນາມ ກາຍເປັນປະເທດເຂັ້ມແຂງດ້ານທະເລ, ສ້າງຄວາມຮັ່ງມີຈາກທະເລ, ຮັບປະກັນອະທິປະໄຕ, ສິດອະທິປະໄຕຂອງປະເທດຊາດບົນທະເລ, ໝູາເກາະ, ປະກອບສ່ວນສຳຄັນເຂົ້າໃນວິວັດການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ສ້າງປະເທດທີ່ມີຄວາມຮັ່ງມີເຂັ້ມແຂງ. ໃນຍຸດທະສາດນີ້, ທ່າກຳປັ່ນສາກົນຫາຍຟ່ອງ-ແລກຮ້ວຽນ ແມ່ນປັດໄຈສຳຄັນ, ຊ່ວຍເປີດປະຕູອອກສູ່ພາກພື້ນ ແລະ ໂລກ “