(ພາບ:nguyentandung.org)
(vovworld)-ວັນທີ 11/8, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ລົງກວດກາໂດຍກົງການຜັນຂະຫຍາຍການວາງແຜນຜັງກໍ່ສ້າງເຂດເສດຖະກິດເວິນໂດນ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ. ນີ້ແມ່ນ 1 ໃນຈຳນວນເຂດເສດຖະກິດແຄມທະເລ 14 ແຫ່ງຂອງທົ່ວປະເທດ ແລະ ແມ່ນກຳລັງໜູນໃນການພັດທະນາເສດຖະກິດສັງຄົມຂອງແຂວງກວາງນິງ, ເຂດທົ່ງພຽງແມ່ນ້ຳແດງເວົ້າສະເພາະ ແລະ ຂອງທົ່ວປະເທດເວົ້າລວມ. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ໃສ່ໃຈວ່າ: ແຂວງກວາງນິງ ຕ້ອງວາງແຜນຜັງລະອຽດ, ພັດທະນາຄົບຊຸດ ແລະ ຕິດພັນບັນດາຕາໜ່າງຄົມມະ ນາຄົມ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທີ່ຕັ້ງທ່າໄດ້ປຽບຂອງເຂດເສດຖະກິດເວິນໂດນ ຢ່າງມີປະສິດທິຜົນ, ພ້ອມກັນນັ້ນ, ການພັດທະນາບັນດາຂົງເຂດຕ້ອງຕິດພັນກັບການຮັກສາສິ່ງແວດລ້ອມ, ຮັບປະກັນການພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ກໍໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ປຊຊ ຕາແສງເກາະຫງອກວຶງ ສັງກັດກອງພົນນ້ອຍ 242 ທະຫານເຂດ 3 ຊື່ງແມ່ນ 1 ໃນບັນດາຕາແສງເກາະມີທີ່ຕັ້ງຍຸດທະສາດຂອງເມືອງເວິນໂດ່ນ. ນະທີ່ນີ້, ທ່ານປາດຖະໜາວ່າ: ພະນັກງານ, ນັກຮົບກອງພັນເກາະຫງອກວຶງ ຈະສືບຕໍ່ເພີ່ມທະວີວຽກງານຝຶກອົບຮົມ ກຽມພ້ອມສູ້ຮົບຢ່າງສູງ, ສະໜິດຕິດພັນກັບ ປຊຊ ໃນເກາະ, ພ້ອມກັນພັດທະນາການຜະລິດ ແລະ ປົກປັກຮັກສາເຂດນ່ານທະເລໝູ່ເກາະຂອງປະເທດຊາດ.