ການຕ້ອນຮັບດຳເນີນໃນຕອນບ່າຍວັນທີ 15/3
(ພາບ: VGP/Đình Nam)
|
(vovworld) – ທີ່ການຕ້ອນຮັບທ່ານ Bruno Angelet, ເອກອັກຄະລັດຖະທູດ ສະຫະພາບ ເອີລົບ (ອີຢູ) ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 15/3, ທີ່ສຳນັກງານລັດຖະບານ, ທ່ານ ຫວູດືກດາມ, ຮອງນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າທ່ານ Bruno Angelet ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ອີຢູ ໃນໄລຍະຈະມາເຖິງກ່ວາອີກ. ທ່ານ ຫວູດືກດາມ, ຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ່ານ Bruno Angelet, ເອກອັກຄະລັດຖະທູດ ສະຫະພາບ ເອີລົບ ເອົາໃຈໃສ່ຊຸກຍູ້ບັນດາສະມາຊິກຂອງ ອີຢູ ແມ່ນ: ຝຣັ່ງ, ອີຕາລີ, ເກຼັກ ປະຕິບັດສຳເລັດການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ແລະ ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍສັນຍາດັ່ງກ່າວຢ່າງມີປະສິດທິຜົນທີ່ສຸດ. ພ້ອມທັງ ຊຸກຍູ້ບາດກ້າວຕ່າງໆເພື່ອໃຫ້ ຫວຽດນາມ ພ້ອມກັບ ອີຢູ ເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໃນປີ 2016 ແລະ ຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຢ່າງຄົບຖ້ວນຂອງ ຫວຽດນາມ ກົງກັບຈຸດເວລາທີ່ສັນຍາການຄ້າເສລີ ຫວຽດນາມ - ອີຢູ ມີຜົນສັກສິດ.
ສ່ວນທ່ານ Bruno Angelet, ເອກອັກຄະລັດຖະທູດ ສະຫະພາບ ເອີລົບ ຫວັງວ່າ: ໄລຍະຈະມາເຖິງ, ບັນດາການເຄື່ອນໄຫວຮ່ວມມືເປັນຫຼາຍຮູບຫຼາຍແບບ, ມີປະສິດທິຜົນຈະຊຸກຍູ້ການພົວພັນ ຫວຽດນາມ - ອີຢູ ພັດທະນານັບມື້ນັບດີງາມກ່ວາອີກ.