(vovworld) – ຕອນບ່າຍວັນທີ 6/5, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຮ່ວາງບິງກວນ, ຫົວໜ້າຄະນະການຕ່າງປະເທດສູນກາງໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາຕຳ່ ອາເມລິກາ ໂດຍທ່ານ Matt Salmon ຫົວໜ້າອະນຸກຳມາທິການອາຊີ - ປາຊີຟີກ ຂຶ້ນກັບຄະນະກຳມະການການຕ່າງປະເທດສະພາຕຳ່, ນຳໜ້າທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ້ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານສະມາຊິກສະພາຕຳ່ Matt Salmon ຢືນຢັນວ່າ: ອາເມລິກາ ຖືເປັນສຳຄັນການພົວພັນກັບ ຫວຽດນາມ, ຊຸກຍູ້ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານຕາມຈິດໃຈຖະແຫຼງການຮ່ວມຂັ້ນສູງ 2 ປະເທດ 7/2013; ເຊື່ອໝັ້ນວ່າ ກັບທ່າການພົວພັນ ແລະ ຄວາມສາມາດບົ່ນຊ້ອມປະຈຸບັນໄດ້ມີ, ການພົວພັນ ຫວຽດນາມ - ອາເມລິກາ ຈະສືບຕໍ່ພັດທະນາໃນຊຸມປີຕໍ່ມາ.
ທ່ານຮ່ວາງບິງກວນ ສະເໜີໃຫ້ ອາເມລິກາ ສືບຕໍ່ເພີ່ມທະວີການພົວພັນກັບ ຫວຽດນາມ ໃນແກ່ການກະໄຂຜົນຮ້າຍຢ້ອນຫຼັງສົງຄາມ, ພ້ອມທັງຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ ຊຶ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ອາເມລິກາ ມີທ່າແຮງ.