(ທ່ານຮອງນາຍົກລັດຖະມົນຕີຈິ່ງດິ່ງຢຸງ
ຢ້ຽມຢາມສະຖານທູດຫວຽດນາມປະຈຳຍ່ີປຸ່ນ)
(vovworld) – ໃນຕອນບ່າຍບັນທີ 29/5, ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ໄປຢ້ຽມຢາມ, ໂອ້ລົມກັບພະນັກງານ, ພະລາກອນສະຖານທູດ ແລະ ຕາງໜ້າສະມາຄົມຊາວຫວຽດນາມ ປະຈຳຍ່ີປຸ່ນ. ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ໃຫ້ຮູ້ວ່າ: ໃນການມາປະຕິບັດງານ ຢູ່ຍ່ີປຸ່ນ ໃນຄັ້ງນີ້, ພ້ອມກັບການເຂົ້າຮ່ວມ ບັນດາການເຄື່ອນໄຫວ ຂອງກອງປະຊຸມອະນາຄົດອາຊີ, ຈະມີບັນດາການພົບປະ ແລະ ແລກປ່ຽນຄວາມເຫັນກັບການນຳບາງກະຊວງ, ຂະແໜງການ, ຕາງໜ້າອົງການເສດຖະກິດ, ວິສາຫະກິດຂອງຢີ່ປຸ່ນ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດພັດທະນາພື້ນຖານໂຄງລ່າງ ເພາະນີ້ເປັນໜຶ່ງໃນບັນດາເນື້ອໃນບຸລິມະສິດ ຂອງຫວຽດນາມ ໃນຍຸດທະສາດພັດທະນາປະເທດຮອດ ປີ 2020.
ທ່ານຮອງນາຍົກລັດຖະມົນຕີ ຈິ່ງດິ່ງຢຸງ ສະເໜີ ສະຖານທູດຫວຽດນາມ ປະຈຳຍ່ີປຸ່ນ ສົມທົບກັນຜັນຂະຫຍາຍາ ບັນດາຂົງຕົກລົງ ຂອງການນຳຂັ້ນສູງສອງປະເທດໃຫ້ດີ.
“ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ຕ້ອງສືບຕໍ່ເສີມຂະຫຍາຍ ບັນດາໝາກຜົນ, ຜົນງານ, ມູນເຊື້ອທີ່ບັນລຸໄດ້ ສຸມໃສ່ປະຕິບັດບັນດາໜ້າທີ່ຂອງຕົນໃຫ້ດີ, ແຕ່ໃນນັ້ນ ຕ້ອງຖືເອົາໜ້າທີ່ການພັດທະນາເສດຖະກິດເປັນຈຸດສຸມ”.
ທ່ານຮອງນາຍົກລັດຖະມົນຕີ ຈິງດິ່ງຢຸງ ກໍ່ໃສ່ໃຈ ສະຖານທູດຈົ່ງປະຕິບັດວຽກງານປົກປ້ອງພົນລະເມືອງ, ໜູນຊ່ວຍປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ ຢູ່ຍ່ີປຸ່ນ, ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ ລະຫວ່າງ ສອງປະເທດ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ ການພົວພັນຮ່ວມມື ຫວຽດນາມ- ຍ່ີປຸ່ນ ໃຫ້ນັບມື້ນັບພັດທະນາ.