ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບເອກອັກຄະລັດຖະທູດຕວກກີ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບເອກອັກຄະລັດຖະທູດຕວກກີ - ảnh 1
ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ໄດ້​ຕ້ອນ​ຮັບ​ທ່ານ Akif Ayhan, ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ຕວກ​ກີ
ພາບ:baochinhphu.vn

(vovworld)- ຕອນ​ບ່າຍ​ວັນ​ທີ 22/12 ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ຕ້ອນ​ຮັບ​ທ່ານ Akif Ayhan, ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ຕວກ​ກີ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ຫນ້າ​ທີ່​ການ​ທູດ ຢູ່ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຢືນ​ຢັນ: ຫວຽດ​ນາມ ຍາ​ມ​ໃດ​ກໍ​ຖື​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ ຕວກ​ກີ ເປັນ​ສຳ​ຄັນ ແລະ ສ​ະ​ເຫນີ ວ່າ: ດ້ວຍ​ບົດ​ບາດ​ຂອງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຊຸກ​ຍູ້​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ ຕວກ​ກີ ເຂົ້າ​ມາ​ລົງ​ທຶນ​ບັນ​ດາ​ໂຄງ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ອຸດ​ສາ​ຫະ​ກຳ ຢູ່ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ແລະ ເພີ່ມ​ທະ​ວີ​ການ​ຮັບ​ເອົາ​ຄົນ​ງານ​ຫວຽດ​ນາມ ມາ​ເຮັດ​ວຽກ​ຢູ່ ຕວກ​ກີ ແລະ ປະ​ເທດ​ທີ 3 ໂດຍ​ວິ​ສາ​ຫະ​ກິດ ຕວກ​ກີ ເປັນ​ເຈົ້າ​ຂອງ​ການ​ປະ​ມູນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Akif Ayhan ຢືນ​ຢັນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວ​ພັນ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ຕວກ​ກີ ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.

ຂ່າວ/ບົດ​ອື່ນ