(vovworld) - ທີ່ການຕ້ອນຮັບເຈົ້າຄອງນະຄອນ Busan(ສ.ເກົາຫຼີ) Hur Nam Sik ທີ່ຖືກດຳເນີນໃນຕອນບ່າຍວັນທີ 1/4, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຖືວ່າສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ພວມພັດທະນາຢ່າງດີງາມ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນ ແລະ ຮອບດ້ານໃນທຸກຂົງເຂດກວ່າອີກ. ສ.ເກົາຫຼີ ໄດ້ກາຍເປັນຄູ່ຮ່ວມມືທີ່ສຳຄັນອັນດັບໜຶ່ງຂອງ ຫວຽດນາມ ກ່ຽວກັບການລົງທຶນໂດຍກົງ, ການຄ້າ, ແຮງງານ, ການທ່ອງທ່ຽວ…. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ທ່ານເຈົ້າຄອງນະຄອນ ແລະ ອຳນາດການປົດຄອງນະຄອນ Busan ສືບຕໍ່ເອົາໃຈໃສ່, ຊອກຫາບັນດາມາດຕະການທີ່ມີປະສິດທິຜົນເພື່ອຊຸກຍູ້ ແລະ ເປີດກວ້າງການຮ່ວມມືກັບ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີ໋ມິນ ເວົ້າສະເພາະ. ລັດຖະບານ ຫວຽດນາມ ຈະສືບຕໍ່ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ສ້າງຄວາມສະດວກເພື່ອໃຫ້ບັນດານັກລົງທຶນ, ໃນນັ້ນມີບັນດານັກລົງທຶນມາຈາກ ສ.ເກົາຫຼີ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ປາດຖະໜາວ່າລັດຖະບານ ສ.ເກົາຫຼີ ເວົ້າລວມ ແລະ ອຳນາດການປົກຄອງນະຄອນ Busan ເວົ້າສະເພາະ, ສືບຕໍ່ເອົາໃຈໃສ່, ມີບັນດາມາດຕະການທີ່ແທດຈິງເພື່ອໜຸນຊ່ວຍ ແລະ ສ້າງຄວາມສະດວກໃຫ້ແກ່ຊາວ ຫວຽດນາມ ດຳລົງຊີວິດ, ຮໍ່າຮຽນ, ທຳມາຫາກິນຢູ່ ສ.ເກົາຫຼີ ໃນໄລຍະຈະມາເຖີງ.
ການພົວພັນລະວ່າງຫວຽດນາມ-ສເກົາຫລີພັດທະນາຢ່າງຮອບດ້ານໃນຫລາຍຂົງເຂດ
ຕອນເຊົ້າວັນທີ 2/4 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ຕ້ອນຮັບທ່ານ Hur Nam Sik ເຈົ້າຄອງນະຄອນ Busan ສເກົາຫລີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ນະຄອນ Busan ສືບຕໍ່ຊຸກຍູ້ ແລະ ເປີດກວ້າງການຮ່ວມມືກັບນະຄອນ ໂຮ່ຈິມີນ ກໍຄືບັນດາທ້ອງຖິ່ນອື່ນຂອງຫວຽດນາມ. ສ່ວນທ່ານ Hur Nam Sik ຢືນຢັນວ່າ: ບົນພື້ນຖານການພົວພັນ“ຄູ່ຮ່ວມມືຍຸດທະສາດ” ຫວຽດນາມ - ສເກົາຫລີ ພວມພັດທະນາຢ່າງຈົບງາມ, ທ່ານເອງ ແລະ ອຳນາດການປົກຄອງນະຄອນ Busan ຈະສືບຕໍ່ມານະພະຍາຍາມກວ່າອີກເພື່ອຮັດແຫນ້ນນຳ້ໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງນະຄອນ ກໍຄືສອງປະເທດ.