ທ່ານຮອງນາຍົກລັດຖະມົນຕີຫວູວັນນິງກວດກາວຽກງານກໍ່ສ້າງຊົນນະບົດໃໝ່ຢູ່ແຂວງລ້າງເຊີນ

ທ່ານຮອງນາຍົກລັດຖະມົນຕີຫວູວັນນິງກວດກາວຽກງານກໍ່ສ້າງຊົນນະບົດໃໝ່ຢູ່ແຂວງລ້າງເຊີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ  ​ໄດ້​ລົງ​ກວດ​ກາ​
ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ ລ້າງ​ເຊີນ
(ພາບ: VanHieu)

(vovworld) –​​ ​ໂດຍ​ສືບ​ຕໍ່ການປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ພູດ​ອຍທາງພາກ​ເໜືອ, ວັນ​ທີ 26/8, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ລົງ​ກວດ​ກາ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ ລ້າງ​ເຊີນ. ທີ່​ຕາ​ແສງ ຮ່ວາງ​ວັນ​ທຸ, ​ເມືອງ ວັນ​ລ້າງ, ການ​ນຳ​ທ້ອງ​ຖິ່ນ​ຖື​ວ່າ: ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ ​ໄດ້​ສ້າງ​ເປັນ​ຜົນ​ສຳ​ເລັດ​​ໃນການກໍ່​ສ້າງ​ຊົນນະບົດ​ໃໝ່. ​ເມື່ອ​ໂອ້​ລົມ​ກັບ​ການ​ນຳ​ຕາ​ແສງ ຮ່ວາງ​ວັນ​ທຸ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີວ່າ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ້ອງ​ຊ້ອກຮູ້, ນຳ​ບັນດາ​ຮູບ​ແບບ​ການ​ຜະລິດ​ກະສິກຳ​ເຂົ້າ​​ໃນການ​ຜະລິດ, ​ເຊື່ອມ​ຕໍ​່ບັນດາ​ຄອບຄົວຜະລິດ ​ເພື່ອ​ຜະລິດ​ບັນດາ​ຜະລິດຕະພັນທີ່​ສະໝຳ່ສະ​ເໝີ, ມີ​ຄຸນ​ນະພາ​ບ​ເປັນ​ປົກກະຕິ​ ​ຈຶ່ງຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະ​ຫຼາດ. ສຳລັບ​ການ​ພັດທະນາ​ໂຄງ​ລ່າງ​ການ​ຜະລິດ ​ແລະ ​ໂຄງ​ລ່າງ​ວັດທະນະທຳ, ສັງຄົມ​ຢູ່​ເຂດ​ພູດ​ອຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຖື​ວ່າ: ຕ້ອງ​ປັບປຸງ​ແຜນ​ສັງ​ລວມກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ຂັ້ນ​ບ້ານ, ຫາກບໍ່​ຈຳ​ເປັນ​​ເຮັດຢູ່​ຂັ້ນ​ຕາ​ແສງ. ​ເຖິງ​ຢ່າງ​ໃດ​ກໍ​ຕາ​ມ, ລັດຖະບານ​ຈະ​ບໍ່​ຫລຸດ​ຈຸດ​ໝາຍຊົນນະບົດ​ໃໝ່​ຢູ່​ບັນດາ​ເຂດ​ນີ້ລົງ.

 

ຂ່າວ/ບົດ​ອື່ນ