ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບເຈົ້າຄອງນະຄອນAmsterdam
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບທ່ານ Eberhart van der Laan ເຈົ້າຄອງນະຄອນ Amsterdam
ພ່າບ:internet
|
(vovworld)- ຕອນບ່າຍວັນທີ 9/12 ຢູ່ ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງຫາຍ ໄດ້ຕ້ອນຮັບທ່ານ Eberhart van der Laan ເຈົ້າຄອງນະຄອນ Amsterdam ປະເທດ ໂຮນລັງ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຮ່າໂນ້ຍ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ນະຄອນ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ປາດຖະຫນາວ່າ: ການຢ້ຽມຢາມ ແລະ ເຮັດວຽກ ກັບການນຳຮ່າໂນ້ຍ ຂອງເຈົ້າຄອງ Eberhart van der Laan ຄັ້ງນີ້ ຈະເປີດກາລະໂອກາດຮ່ວມມືລະຫວ່າງ ສອງນະຄອນ. ພ້ອມທັງສະເຫນີບົດຮຽນການຄຸ້ມຄອງ ແລະ ວາງແຜນຜັງຕົວເມືອງ, Amsterdam ຈະຮ່ວມມືຢ່າງແຫນ້ນແຟ້ນກັບນະຄອນຫລວງ ຮ່າໂນ້ຍ ກ່ຽວກັບການວາງແຜນຜັງ ແລະ ການຄຸ້ມຄອງກ່ຽວກັບຄົມມະນາຄົມ, ລະບົບລະບາຍນ້ຳ, ການສຶກສາ ແລະ ບຳລຸງສ້າງ. ສ່ວນທ່ານ Eberhart van der Laan ຢືນຢັນວ່າ ຈະສືບຕໍ່ຊ່ວຍເຫລືອຫວຽດນາມ ໃນການສ້າງ ແລະ ຜັນຂະຫຍາຍບັນດາໂຄງການກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງສະເຫນີວ່າ ໃນໄລຍະຈະມາເຖິງ 2 ນະຄອນ, ສອງຊາດ ຄວນຍູ້ແຮງການພົວພັນກ່ຽວກັບການກໍ່ສ້າງຂົວ, ລະບົບລະບາຍນ້ຳ, ພິເສດແມ່ນສ້າງສາຍການບິນໂດຍກົງ ຮ່າໂນ້ຍ- Amsterdam.