ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ
|
(vovworld)- ແຕ່ວັນທີ 30/11-5/12, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມ ອິດສະຣາແອນ ແລະ ສະໂລວາກີ ຢ່າງເປັນທາງການ ຕາມຄຳເຊີນຂອງລັດຖະບານ ອິດສະຣາແອນ ແລະ ສະໂລວາກີ. ຕາມໂຄງການແລ້ວ, ຢູ່ ອິດສະຣາແອນ ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຈະມີການພົບປະສອງຝ່າຍກັບ ການນຳລັດຖະບານ ອິດສະຣາແອນ, ຕ້ອນຮັບ ແລະ ເຮັດວຽກກັບບັນດາກະຊວງກະສິກຳ, ວິທະຍາສາດ, ເຕັກໂນໂລຊີ, ໄປຢ້ຽມຢາມ ແລະ ຊອກຮູ້ຮູບແບບການເຄື່ອນໄຫວ, ຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ ແລະ ອິດສະຣາແອນ.
ໄປຢ້ຽມຢາມ ສະໂລວາກີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຈະມີການພົບປະຂັ້ນສູງກັບການນຳລັດຖະບານ, ສະພາແຫ່ງຊາດ ສະໂລວາກີ, ຕ້ອນຮັບກັບນັກທຸລະກິດ, ກຸ່ມບໍລິສັດໃຫຍ່ຂອງສະໂລວາກີຈຳນວນຫນຶ່ງ ທີ່ມີຄວາມສົນໃຈລົງທຶນຢູ່ຫວຽດນາມ.