ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງພົບປະກັບຜູ້ມີສິດເລືອກຕັ້ງແຂວງລອງອານ
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ພົບປະກັບຜູ້ມີສິດເລືອກຕັ້ງ
ແຂວງ ລອງອານ
ພາບ:TTXVN
|
(vovworld)- ໃນວັນທີ 5 ແລະ 6/8, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງຮ່ວາດືກ, ດືກເຫ້ວ, ເບນລືກ ແລະ ຖູເທື່ອຂອງ ແຂວງ ລອງອານ. ທີ່ການພົບປະ, ພາຍຫລັງໄດ້ຮັບຟັງບັນດາສະມາຊິກສະພາແຫ່ງຊາດ ລາຍງານໝາກຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ XIV, ຜູ້ມີສິດເລືອກຕັ້ງຊົມເຊີຍໝາກຜົນກອງປະຊຸມມີການປ່ຽນໃຫມ່ຫລາຍຢ່າງ ແລະ ຫລາຍຄົນຢາກສະພາແຫ່ງຊາດ ສຸມໃສ່ແກ້ໄຂບັນດາບັນຫາກ່ຽວກັບການປົກປັກຮັກສາອະທິປະໄຕຢູ່ທະເລຕາເວັນອອກ, ແລະ ປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ການຫຍໍ້ທໍ້ຢ່າງຂ້ຽວຂາດກວ່າ, ແກ້ໄຂບັນດາການກະທຳກໍ່ມົນລະພິດຕໍ່ສິ່ງແວດລ້ອມຢ່າງເຂັ້ມງວດ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຖືວ່າ: ສະພາບການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງຫວຽດນາມ ຍາມໃດກໍໄດ້ຮັບປະກັນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ.