ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວເຮັດວຽກກັບລັດຖະມົນຕີການຕ່າງປະເທດອົດສະຕາລີ

(VOVWORLD) - ສືບຕໍ່ການຢ້ຽມຢາມອົດສະຕາລີ, ວັນທີ 25 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ມີການເຮັດວຽກກັບລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ແລະ ຢ້ຽມຢາມ ສູນແລກປ່ຽນປະດິດຄິດສ້າງເຕັກໂນໂລຊີ ( Innovation Xchange) ອົດສະຕາລີ ຂຶ້ນກັບກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ. 
ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວເຮັດວຽກກັບລັດຖະມົນຕີການຕ່າງປະເທດອົດສະຕາລີ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ມີການເຮັດວຽກກັບລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop 

ທີ່ການເຮັດວຽກກັບລັດຖະມົນຕີ Julie Bishop ສອງຝ່າຍໄດ້ເຫັນດີກ່ຽວກັບບັນດາມາດຕະການປັບປຸງການພົວພັນຄູ່ຮ່ວມມືຮອບດ້ານໃນບັນດາຂົງເຂດຄື: ການເມືອງ, ເສດຖະກິດ, ການຄ້າ,ກະສິກຳ, ຫນູນຊ່ວຍພັດທະນາ, ການສຶກສາບຳລຸງສ້າງ, ວິທະຍາສາດ, ການຄົ້ນຄ້ວາປະດິດສ້າງ, ທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ. ສອງຝ່າຍເຫັນດີ ຈະເຮັດໃຫ້ການພົບພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ ແລະ ສົມທົບກັນກະກຽມໃຫ້ການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໃນທ້າຍປີ 2017, ຕົ້ນປີ 2018 ເປັນຢ່າງດີ ເພື່ອໃຫ້ບັນດາການຢ້ຽມຢາມນີ້ ບັນລຸໝາກຜົນສູງ, ສ້າງຂີດໝາຍສຳຄັນໃນສະພາວະສອງປະເທດມຸ່ງໄປສູ່ການສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃນປີ 2018.

ເມື່ອຢ້ຽມຢາມ ສູນແລກປ່ຽນປະດິດຄິດສ້າງເຕັກໂນໂລຊີ ( Innovation Xchange), ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເນັ້ນຫນັກວ່າ: ຂໍ້ລິເລີ່ມຂອງສູນດັ່ງກ່າວມີລັກສະນະວັດທະນະທຳມະນຸດ, ນຳມາເຊິ່ງການຫນູນຊ່ວຍອັນລ້ຳຄ່າໃຫ້ແກ່ບັນດາປະເທດ ໃນນັ້ນ ມີຫວຽດນາມ ເພື່ອແນໃສ່ຊຸກຍູ້ການມີຫົວຄິດປະດິດສ້າງ, ໝູນໃຊ້ເຕັກໂນໂລຊີ ແລະ ການປະດິດຄິດສ້າງໃຫມ່, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ, ສອດຄ່ອງກັບທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4. 

ຕອບກັບ

ຂ່າວ/ບົດ​ອື່ນ