ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຕ້ອນຮັບທ່ານເອກອັກຄະລັດຖະທູູດ ໂມຊໍາບິກ ປະຈໍາ ປະຈໍາຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບທ່ານ Leonardo Rosario Manuel Pene ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດໂມຊໍາບິກ ເນື່ອງໃນໂອກາດມາປະຕິບັດງານທາງການທູດຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຕ້ອນຮັບທ່ານເອກອັກຄະລັດຖະທູູດ ໂມຊໍາບິກ ປະຈໍາ ປະຈໍາຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບທ່ານ Leonardo Rosario Manuel Pene ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດໂມຊໍາບິກ 

(ພາບ: TTXVN)

ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການລະອຽດ ເພື່ອແນໃສ່ນໍາການຮ່ວມມືໃນບັນດາຂົງເຂດຈຸດສຸມຄືກະສິກໍາ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ... ໃຫ້ເຂົ້າສູ່ລວງເລິກ ແລະ ແຜນການເປີດກວ້າງການຮ່ວມມືອອກສູ່ບາງຂົງເຂດອື່ນ ເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ ຄື ການຄົມມະນາຄົມ, ການຂຸດຄົ້ນແຮ່ທາດ, ນໍ້າມັນອາຍແກັດ... ສ້າງເງື່ອນໄຂໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

        ທ່ານເອກອັກຄະລັດຖະທູດ Leonardo Rosario Manuel Pene ໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມເຮັດໃຫ້ການພົວພັນມິດຕະພາບລະຫວ່າງສອງປະເທດໃນອາຍຸການນີ້ ເລິກເຊິ່ງກວ່າອີກ, ສູ້ຊົນເພີ່ມວົງເງິນການຄ້າສອງສົ້ນຝ່າຍ, ດຶງດູດນັກລົງທຶນຂອງຫວຽດນາມໄປລົງທຶນຢູ່ໂມຊໍາບິກ ໃຫ້ຫຼາຍກວ່່າ ແລະ ສ້າງເງື່ອນໄຂໃຫ້ແກ່ການພົບປະແລກປ່ຽນລະຫວ່າງວິສາຫະກິດ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ