ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ: ຫວຽດນາມຖືເປັນສໍາຄັນການພົວພັນກັບ ສ. ກີເນ

(VOVWORLD) -ຕອນບ່າຍວັນທີ 07 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີການເຮັດວຽກກັບທ່ານ Mamadi Toure ລັດຖະມົນຕີການຕ່າງປະເທດ ແລະ ຊາວຕ່າງດ້າວ ສ.ກີເນ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ: ຫວຽດນາມຖືເປັນສໍາຄັນການພົວພັນກັບ ສ. ກີເນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ເຮັດວຽກກັບທ່ານ Mamadi Toure ລັດຖະມົນຕີການຕ່າງປະເທດ ແລະ ຊາວຕ່າງດ້າວ ສ.ກີເນ 

(ພາບ: vov.vn)

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢັ້ງຢືນວ່າ ຫວຽດນາມຖືການພັດທະນາການພົວພັນກັບບັນດາຄູ່ຮ່ວມມື ແລະເພື່ອນມິດຢູ່ພາກພື້ນອາຟິຼກາ ເປັນສໍາຄັນ, ໃນນັ້ນ ມີ ສ.ກີເນ.       ທ່ານ Mamadi Toure ລັດຖະມົນຕີການຕ່າງປະເທດ ແລະ ຊາວຕ່າງດ້າວ ສ.ກີເນ ຢັ້ງຢືນວ່າ ກີເນຖືການພົວພັນກັບຫວຽດນາມເປັນສໍາຄັນ; ພ້ອມທັງປາດຖະໜາວ່າ ການພົວພັນລະຫວ່າງສອງປະເທດ ຈະເປີດກວ້າງໃນຫຼາຍຊ່ອງທາງ ຄື: ພັກ, ສະພາແຫ່ງຊາດ, ການພົວພັນແລກປ່ຽນປະຊາຊົນ, ຖືຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ເປັນພື້ນຖານເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດຢູ່ສອງທະວີບ.

        ສອງຝ່າຍເປັນເອກະພາບກັນ ຈະມານະພະຍາຍາມເຮັດໃຫ້ການພົວພັນມິດຕະພາບ ລະຫວ່າງສອງປະເທດ ນັບມື້ນັບເລິກເຊິ່ງກວ່າ, ສູ້ຊົນເພີ່ມວົງເງິນການຄ້າສອງຝ່າຍ ທີ່ພວມພັດທະນາຢ່າງດີງາມ (ບັນລຸເກືອບ 160 ລ້ານ USD) ສົ່ງເສີມບັນດາວິສາຫະກິດຂອງຫວຽດນາມ ເຂົ້າມາເຄື່ອນໄຫວຄົ້ນຄວ້າ, ລົງທຶນໃນຕະຫຼາດ ກີເນ ແລະສ້າງເງື່ອນໄຂໃຫ້ການພົບປະແລກປ່ຽນລະຫວ່າງວິສາຫະກິດ ແລະປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ