ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ກອງ​ປະ​ຊຸ​ມ​ປຶກ​ສາ​ຫາ​ລື​ເປີດ​ຂັ້ນ​ສູງ ​ຂອງສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

(VOVWORLD) -    ວັນທີ 4 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືເປີດຂັ້ນສູງ ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ການຮ່ວມມືລະຫວ່າງ ສປຊ ແລະ ສະຫະພາບອາຟະລິກາ (AU) ໂດຍທ່ານປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ເປັນປະທານ.
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິນ ເຂົ້າ​ຮ່ວມ​ກອງ​ປະ​ຊຸ​ມ​ປຶກ​ສາ​ຫາ​ລື​ເປີດ​ຂັ້ນ​ສູງ ​ຂອງສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ    - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງ ສປຊ ແລະ ສະຫະພາບອາຟະລິກາ ແມ່ນຂອບເຂດທີ່ສຳຄັນໃນການຜັນຂະຫຍາຍບັນດາຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງ, ສັນຕິພາບ ຢູ່ພາກພື້ນ, ເຊິ່ງໄດ້ປະກອບສ່ວນສະກັດກັ້ນ ແລະ ແກ້ໄຂບັນດາການປະທະກັນຢູ່ ອາຟະລິກາ. ບົນພື້ນຖານນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ແບ່ງປັນບາງຂໍ້ສະເໜີ ເພື່ອແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງ ສປຊ ກັບ ສະຫະພາບອາຟະລິກາ. ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດທະນາການສ້າງສັນຕິພາບ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ສະຫະພາບອາຟະລິກາ ໃນໄລຍະຈະມາເຖິງ ເພື່ອຜົນປະໂຫຍດລວມຂອງສອງພາກພື້ນ ອາຊີ ແລະ ອາຟະລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ