(vovworld) - ຕອນເຊົ້າວັນທີ 18/02, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸ໋ກ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບໝາຍໜ້າທີ່ໃຫ້ແກ່ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN). ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຢືນຢັນວ່າ ພ້ອມກັບການສະໜອງໄຟຟ້າໃຫ້ແກ່ຊີວິດທາງດ້ານເສດຖະກິດ, ສັງຄົມຢ່າງພຽງພໍແລ້ວ, ປີ 2012 EVN ໄດ້ສຳເລັດແຜນການລົງທຶນກໍ່ສ້າງແຫຼ່ງ ແລະ ຕາໜ່າງໄຟຟ້າ. ກ່ຽວກັບການປະຕິບັດໜ້າທີ່ໃນແຜນການຂອງປີ 2013, ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງໄຟຟ້າເວົ້າລວມ ແລະ EVN ເວົ້າສະເພາະ ຄວນສຸມໃສ່ສະໜອງໄຟໄຟ້ຢ່າງພຽງພໍແກ່ການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ພິເສດແມ່ນບັນດາເຂດເສດຖະກິດຈຸດສຸມ; ສືບຕໍ່ປະຕິບັດວິວັດການປັບປຸງລາຄາໄຟຟ້າຕາມທ້ອງຕະຫຼາດ. ຄຽງຂ້າງນັ້ນ, ສືບຕໍ່ກໍ່ສ້າງໂຄງປະກອບວິສາຫະກິດຄືນໃໝ່, ຄຸ້ມຄອງວິສາຫະກິດຢ່າງມີປະສິດທິຜົນກວ່າ, ຢືນຢັນບົດບາດເປັນແກ່ນສານຂອງກຸ່ມບໍລິສັດເສດຖະກິດແຫ່ງລັດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ອວຍພອນປີໃໝ່ ພະນັກງານ, ນັກຂ່າວ, ບັນນາທິການສຳນັກຂ່າວສານຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາຜົນງານເຊິ່ງສຳນັກຂ່າວສານຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກວ່າ ສຳນັກຂ່າວສານຫວຽດນາມ ແມ່ນອົງການຖະແຫຼງຂ່າວທີ່ມີເຄີືອຂາຍການຈັດຕັ້ງເຄື່ອນໄຫວວິຊາຊີບຢ່າງກວ້າງຂວາງ ແລະ ແຂງແຮງຢູ່ພາຍໃນປະເທດ ກໍຄືຢູ່ຕ່າງປະເທດ. ຂໍ້ມູນຂ່າວຂອງສຳນັກຂ່າວສານຫວຽດນາມ ຍາມໃດກໍຮັບປະກັນລັກສະນະຊັດເຈນ, ທັນການກວ່າ ເມື່ອທຽບໃສ່ອົງການສື່ສານອື່ນໆ. ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ, ຍາມໃດພັກ, ລັດ ກໍສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ສຳນັກຂ່າວສານຫວຽດນາມ ສຳເລັດໜ້າທີ່ການເມືອງຂອງຕົນ.