(VOVWORLD) - ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະກັບບັນດາສະມາຊິກສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ( ພາຍ: VGP) |
ທ່ານ ຫວູດຶກດາມ ຕີລາຄາສູງຕໍ່ເລື່ອງສະພາ ແລະ ບັນດາວິສາຫະກິດສະມາຊິກທີ່ມີການເຄື່ອນໄຫວອັນແທດຈິງ, ລະອຽດຫຼາຍຢ່າງເພື່ອຂະຫຍາຍຈິດໃຈພັດທະນາແບບຍືນຍົງເຖິງທຸກໆວິສາຫະກິດ, ປະຊາຊົນທຸກຄົນ. ໃນໄລຍະຈະມາເຖິງ, ສະພາຕ້ອງພັດທະນາຢ່າງວ່ອງໄວກ່ວາອີກ, ມີຄວາມຍືນຍົງກ່ວາອີກ, ດ້ວຍຈຳນວນສະມາຊິກທີ່ເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ, ຢາກເຮັດໄດ້ຄືແນວນັ້ນ, ຊຸດມາດຕະຖານການຕີລາຄາວິສາຫະກິດພັດທະນາແບບຍືນຍົງໃນປັດຈຸບັນຄວນສືບຕໍ່ຫັນເປັນງາຍດ່າຍເພື່ອກາຍເປັນບັນດາໝວດມາດຕະຖານສຳຄັນ, ຈື່ຈຳງ່າຍ ແລະ ປະຕິບັດໄດ້ງ່າຍ.
ເນັ້ນໜັກເຖິງຄວາມສຳຄັນຂອງບັນດາຂໍ້ລິເລີ່ມດ້ານເສດຖະກິດໝູນວຽນ, ການຜະລິດຄືນໃໝ່, ການແກ້ໄຂບັນຫາຂີ້ເຫຍື້ອ ພຣາດສະຕິກ, ຖົງຢາງ, ທ່ານ ຫວູດຶກດາມ ຖືວ່າ ສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງຄວນສະເໜີນະໂຍບາຍໜູນຊ່ວຍວິສາຫະກິດໃນການບຳບັດສິ່ງເສດເຫຼືອ, ຜະລິດຂີ້ເຫຍື້ອ, ເຂົ້າຮ່ວມການປະຕິບັດ ຫຼື ການອຸປະຖຳບັນດາໂຄງການຂົນຂວາຍປະຊາຊົນໃນການແຍກ ຂີ້ເຫຍື້ອ.