ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສ້າງເງື່ອນໄຂສະດວກແກ່ການຜັນຂະຫຍາຍໂຄງການພະລັງງານທົດແທນ, ພະລັງງານສະອາດ
(VOVWORLD) - ບັນດາວິສາຫະກິດພະລັງງານຂອງ ຍີ່ປຸ່ນ ແລະ ຫວຽດນາມ ຈະຮ່ວມມືກັນຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາໂຄງການພະລັງງານສະອາດ, ພະລັງງານທົດແທນ “ຖ່າຍທອດເຕັກໂນໂລຢີ ເພື່ອພ້ອມກັນພັດທະນາ ແລະ ແບ່ງປັນຜົນປະໂຫຍດ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານ Steven Winn, ຜູ້ອຳນວຍການຍຸດທະສາດຮອບດ້ານທັງເປັນຜູ້ອຳນວຍການຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດພະລັງງານ JERA (ພາບ: VOV) |
ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Steven Winn, ຜູ້ອຳນວຍການຍຸດທະສາດຮອບດ້ານທັງເປັນຜູ້ອຳນວຍການຝ່າຍບໍລິຫານຂັ້ນສູງຂອງກຸ່ມບໍລິສັດພະລັງງານ JERA (ຍີ່ປຸ່ນ). ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດພະລັງງານຂອງ ຍີ່ປຸ່ນ ແລະ ຫວຽດນາມ ຈະຮ່ວມມືກັນຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍບັນດາໂຄງການພະລັງງານສະອາດ, ພະລັງງານທົດແທນ “ຖ່າຍທອດເຕັກໂນໂລຢີ ເພື່ອພ້ອມກັນພັດທະນາ ແລະ ແບ່ງປັນຜົນປະໂຫຍດ”.
ສ່ວນທ່ານ Steven Winn ໃຫ້ຮູ້ວ່າ JERA ພວມຊອກຫາໂອກາດລົງທຶນຢູ່ ຫວຽດນາມ ໃນຂົງເຂດໄຟຟ້າອາຍແກັດທຳມະຊາດເຫຼວ, ໄຟຟ້າແຮງລົມຢູ່ນອກຝັ່ງທະເລ ດ້ວຍເຕັກໂນໂລຢີກ້າວໜ້າທີ່ສຸດ. JERA ກໍປາດຖະໜາຢາກເຂົ້າຮ່ວມວິວັດການຫັນປ່ຽນໂຮງງານໄຟຟ້າຄວາມຮອດ ມາເປັນໄຟຟ້າອາຍແກັດທຳມະຊາດເຫຼວທີ່ປະສົມກັບເຊື້ອເພີງໃໝ່ຢູ່ ຫວຽດນາມ.