ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ເຂົ້າຮ່ວມພິທີໄຂ ງານຕະຫຼາດນັດ CAEXPO ແລະ ກອງປະຊຸມ CABIS ຄັ້ງທີ 15 ທີ່ແຂວງໜາມໜິງ, ຈີນ
(VOVWORLD) -ຕອນເຊົ້າວັນທີ 12 ກັນຍາ, ຢູ່ເມືອງເອກແຂວງ ໜາມໜິງ ຂຶ້ນກັບເຂດປົກຄອງຊົນເຜົ່າ ຈ້ວງ ແຂວງກວາງສີ, ທາງທິດຕາເວັນຕົກສ່ຽງໃຕ້ຂອງ ຈີນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ພ້ອມກັບ ທ່ານ ຫານເຈິງ ຮອງນາຍົກລັດຖະມົນຕີ ຈີນ ແລະການນໍາບັນດາປະເທດອາຊຽນ, ເຂົ້າຮ່ວມພິທີໄຂ ກອງປະຊຸມຂັ້ນສູງການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ແລະ ງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ຄັ້ງທີ 15.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ເລາະຊົມບັນດາຮ້ານວາງສະແດງສິນຄ້າ |
ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໄດ້ຍົກໃຫ້ເຫັນ ຄວາມສາມາດບົ່ມຊ້ອນໃນການພັດທະນາ, ກໍຄືຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນເລື່ອງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮ່ວມມືລະຫວ່າງອາຊຽນ - ຈີນ; ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດອາຊຽນ ແລະ ຈີນ ເຂົ້າ ລົງທຶນ, ຮ່ວມມື, ດໍາເນີນທຸລະກິດຢ່າງເປັນປົກກະຕິຢູ່ຫວຽດນາມ, ສອດຄ່ອງກັບຜົນປະໂຫຍດຂອງບັນດາຝ່າຍ. ປີນີ້, ຫວຽດນາມ ມີຮ້ານວາງສະແດງເຂົ້າຮ່ວມງານຕະຫຼາດນັດ ກວ່າ 250 ຮ້ານ, ສືບຕໍ່ແມ່ນປະເທດ ມີຮ້ານວາງສະແດງສິນຄ້າຫຼາຍທີ່ສຸດໃນຈໍານວນບັນດາປະເທດສະມາຊິກ ອາຊຽນ.