ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເຮັດວຽກຢູ່່ແຂວງ ບັກນິງ

(VOVWORLD) -ແຂວງ ບັກນິງ ຄວນສືບຕໍ່ດຶງດູດເງິນລົງທຶນຈາກຕ່າງປະເທດຢ່າງແຮງ, ສະແດງ ໃຫ້ເຫັນທັດສະນະກໍາລັງແຮງພາຍໃນ ແມ່ນປັດໄຈຕັດສິນ, ກໍາລັງແຮງພາຍນອກ ແມ່ນປັດໄຈສໍາຄັນ
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເຮັດວຽກຢູ່່ແຂວງ ບັກນິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN) 

ຕອນບ່າຍວັນທີ 25 ມັງກອນ, ຄະນະປະຕິບັດງານລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ນໍາໜ້າຄະນະ ໄດ້ໄປເຮັດວຽກກັບແຂວງບັກນິງ ກ່ຽວກັບສະພາບການດຶງດູດເງິນລົງທຶນຈາກຕ່າງປະເທດ, ໃນນັ້ນ ໄດ້ສຸມໃສ່ບັນດາຄວາມສະດວກ, ຄວາມຫຍຸ້ງຍາກ ແລະ ຂໍ້ສະເໜີຂອງທ້ອງຖິ່ນ ເພື່ອສ້າງສໍາເລັດແຜນຮ່າງຍື່ນສະເໜີຕໍ່ກົມການເມືອງ ກ່ຽວກັບ “ການກໍານົດທິດສ້າງລະບອບລະບຽບການ, ນະໂຍບາຍ ໃຫ້ສົມບູນແບບ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນໃນການດຶງດູດ ແລະ ນໍາໃຊ້ເງິນລົງທຶນຈາກຕ່າງປະເທດ ຮອດປີ 2030”. ກ່າວຄໍາເຫັນທີີ່ການເຮັດວຽກ, ທ່ານ ເວືອງດິ່ງເຫວ້ ສະເໜີວ່າ ແຂວງບັກນິງ ຄວນເອົາໃຈໃສ່ເຖິງການພັດທະນາແບບຍືນຍົງ, ເອົາໃຈໃສ່ເຖິງການພັດທະນາວິສາຫະກິດພາຍໃນປະເທດກໍຄືວິສາຫະກິດ FDI . ໃນໄລຍະຈະມາເຖິງ, ແຂວງ ບັກນິງ ຄວນສືບຕໍ່ດຶງດູດເງິນລົງທຶນຈາກຕ່າງປະເທດຢ່າງແຮງ, ສະແດງ ໃຫ້ເຫັນທັດສະນະກໍາລັງແຮງພາຍໃນ ແມ່ນປັດໄຈຕັດສິນ, ກໍາລັງແຮງພາຍນອກ ແມ່ນປັດໄຈສໍາຄັນ, ສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ