ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄປຢ້ຽມຢາມອີນເດຍ ຢ່າງເປັນທາງການ

ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄປຢ້ຽມຢາມອີນເດຍ ຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan

( vovworld ) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ລັດຖະບານ​ອີນ​ເດຍ, ວັນ​ທີ 25/3, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄປ​ຢ້ຽມຢາມ ສ.ອີນ​ເດຍ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 25/3 – 2/4. ນີ້​ແມ່ນ​ການ​ຢ້ຽມຢາມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ ​​ເຖິງ​ອີນ​ເດຍ​ ໃນ​ປີ​​ແຫ່ງ​ຄວາມມິດຕະພາບຫວຽດນາມ - ອີນ​ເດຍ 2012. ການ​ຢ້ຽມຢາມ​ຄັ້ງ​ນີ້​​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​​ເຊິ່ງບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ອີນ​ເດຍ ຂອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ( ​ເມື່ອ​ເດືອນ 7/2007 ) ​ແລະ ການ​ໄປ​ຢ້ຽມຢາມ​ອີນ​ເດຍຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ( ​ເມື່ອ​ເດືອນ 10/2011 )​ໃຫ້​ມີປະສິດທິ​ຜົນ ​ແລະ ແທດ​ຈິງ​. ການ​ຢ້ຽມຢາມ​ຄັ້ງ​ນີ້ຈະ​ປະ​ກອບ​ສ່ວນ​ຊຸກຍູ້​ສາຍ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ອີນ​ເດຍ ​ໃນ​ບັນດາ​ຂົງ​ເຂດ​ການ​ເມື​ອງ, ​ເສດຖະກິດ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກສາ​ບຳລຸງ​ສ້າງ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ປະກອບສ່ວນ​​ເພີ່ມ​ທະວີສາຍ​ພົວພັນ​ຄູ່​ຮ່ວມມືຍຸດ​ທະ​ສາດລະຫວ່າງ​ຫວຽດນາມ - ອີນ​ເດຍກ່ວາ​ອີກ. ນີ້​ກໍ​ແມ່ນ​ໜື່ງ​ໃນ​ບັນດາ​ການ​ເຄື່​ອນ​ໄຫວ​ທີ່​ສຳຄັນ​ເປີດ​ສາກ​ໃຫ້ “ ປີ​​ແຫ່ງ​ຄວາມມິດຕະພາບຫວຽດນາມ - ອີນ​ເດຍ 2012 ” ສະ​​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນທາງ​ການ​ທູດ ​ແລະ 5 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ອີນ​ເດຍ.
ຂ່າວ/ບົດ​ອື່ນ