ທ່ານຮອງນາຍົກ ລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ Qatar ຢ່າງເປັນທາງການ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ເຂົ້າຮ່ວມເວທີປາໄສການຮ່ວມມືເສດຖະກິດ ຫວຽດນາມ-Qatar
(ພາບ: chinhphu.vn)
(vovworld) - ວັນທີ 14/12, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສການຮ່ວມມືເສດຖະກິດ ຫວຽດນາມ-Qatar ແລະ ຊຸມວັນຫວຽດນາມ ຢູ່ Qatar ປີ 2014.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ພວມຕັ້ງໜ້າຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບການເຕີບໂຕ, ຕິດຕາມກວດກາ, ປ່ຽນແປງລະບົບກົດໝາຍ, ເອກະສານນິຕິກຳ ເພື່ອປັນປຸງລະບອບເສດຖະກິດການຕະຫຼາດ. ໃນໄລຍະຈະມາເຖິງ, ດ້ວຍການສ້າງຕັ້ງປະຊາຄົມ ອາຊຽນ 2015, ຫວຽດນາມ ບໍ່ພຽງແຕ່ແມ່ນປະຕູທີ່ສຳຄັນຂອງອະນຸພາກພື້ນແມ່ນ້ຳຂອງເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຈອດຕິດພັນບັນດາພື້ນຖານເສດຖະກິດ ອາຊຽນ ກັບບັນດາປະເທດຕາເວັນອອກກາງ ອີກດ້ວຍ. ພ້ອມກັບບັນດາຄຳໝັ້ນສັນຍາ WTO ແລະ 14 ສັນຍາການຄ້າເສລີ (FTA) ເຊິ່ງໄດ້ຮັບການລົງນາມ, ຫວຽດນາມ ຈະແມ່ນຂົວຕໍ່ທີ່ສຳຄັນຂອງເຄືອຂ່າຍຮ່ວມສຳພັນເສດຖະກິດທີ່ກ້ວາງຂວາງດ້ວຍ 55 ປະເທດ, ເປີດສະພາບແວດລ້ອມສະດວກໃຫ້ແກ່ວິສາຫະກິດຕ່າງປະເທດເຂົ້າລົງທຶນຢູ່ ຫວຽດນາມ. ເວທີປາໄສການຮ່ວມມືເສດຖະກິດ ຫວຽດນາມ-Qatar ກໍ່ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດ 2 ປະເທດ ສ້າງຕັ້ງການພົວພັນ ແລະ ເພີ່ມທະວີການເຊື່ອມຈອດ.
ທີ່ເວທີປາໄສ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຫ້ອງການການຄ້າ ແລະ ອຸສາຫະກຳ Qatar ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື. ຢູ່ນອກເວທີປາໄສ, ໂດຍໄດ້ຮັບການໜູນຊ່ວຍຈາກກະຊວງການຕ່າງປະເທດ ແລະ ກຸ່ມບໍລິສັດນ້ຳມັນອາຍແກດ ຫວຽດນາມ ໄດ້ຈັດຕັ້ງການພົບປະກັບຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ສຳເລັດຜົນດ້ວຍຈຳນວນແຂກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.