ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຕ້ອນ​ຮັບ​ປະ​ທານ​ສະ​ພາ​ທຸ​ລະ​ກິດ EU-ASEAN

(VOVWORLD) -ຕອນບ່າຍວັນທີ 7 ຕຸລາ, ທີ່ຫໍສະພາແຫ່ງຊາດຫວຽດນາມ, ໂດຍກ່າວຄຳເຫັນທີ່ການຕ້ອນຮັບທ່ານ Donald Kanakປະທານສະພາທຸລະກິດ EU-ASEANແລະຄະນະປະຕິບັດງານພວມຢ້ຽມຢາມແລະເຮັດວຽກຢູ່ ສສ.ຫວຽດນາມ, ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດລົງທຶນໃນຫວຽດນາມ.
ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຕ້ອນ​ຮັບ​ປະ​ທານ​ສະ​ພາ​ທຸ​ລະ​ກິດ EU-ASEAN - ảnh 1ທ່ານຟຸ່ງກວ໊ກຫຽນຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ Donald Kanakປະທານສະພາທຸລະກິດ EU-ASEAN (ພາບ: Quochoi.vn)

ຫວຽດນາມໄດ້ມີຫຼາຍນະໂຍບາຍທີ່ເປີດກວ້າງກວ່າອີກ, ເຊິ່ງສະແດງອອກໃນບັນດາເອກະສານທີ່ໄດ້ລົງນາມກັນຄືການປະຕິບັດສັນຍາການຄ້າເສລີ (FTA) 12 ສະບັບແລະພວມດຳເນີນການເຈລະຈາກັນກ່ຽວກັບສັນຍາການຄ້າເສລີອີກ 4 ສະບັບ. ທ່ານ ຮອງປະທານສະພາແຫ່ງຊາດຟຸ່ງກວ໊ກຫຽນໃຫ້ຮູ້ວ່າ: ສະພາແຫ່ງຊາດຫວຽດນາມມີຄວາມປາດຖະໜາຢາກໃຫ້ ສອງຝ່າຍສືບຕໍ່ຊຸກຍູ້ ສັນຍາສອງສະບັນນີ້ໃຫ້ໄດ້ຮັບການໃຫ້ສັດຕະຍາບັນແລະກ້າວເຂົ້າສູ່ການປະຕິບັດໂດຍໄວ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສະພາທຸລະກິດ EU-ASEAN ໃຫ້ການສະໜັບສະໜູນແລະຊຸກຍູ້ເພື່ອໃຫ້ລັດຖະສະພາເອີລົບແລະສະມາຊິກລັດຖະສະພາເອີລົບໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA) ແລະສັນຍາອາລັກຂາການລົງທຶນ(EVIPA)ໂດຍໄວ.

ທ່ານ Donald Kanak ປະທານສະພາທຸລະກິດ EU-ASEANກໍ່ຢັ້ງຢືນວ່າ: ບັນດາວິສາຫະກິດEUພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍ ຫວຽດນາມໃນການປະຕິບັດເປັນໜ້າທີ່ເປັນປະທານກອງປະຊຸມ ASEANໃນປີ 2020 ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ