ທ່ານາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບສະພາດຳເນີນທຸລະກິດອາເມລິກາ-ອາຊຽນ
(ທ່ານາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບສະພາດຳເນີນທຸລະກິດອາເມລິກາ-ອາຊຽນ)
(vovworld) - ຕອນເຊົ້າວັນທີ 24/05, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາດຳເນີນທຸລະກິດອາເມລິກາ - ອາຊຽນ ໂດຍທ່ານ Keith Williams ນຳໜ້າ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນກັບອາເມລິກາ ໃນຫຼາຍດ້ານ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ຍາມໃດ ຫວຽດນາມ ກໍເອົາໃຈໃສ່, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ, ໃນນັ້ນມີວິສາຫະກິດອາເມລິກາ ເຂົ້າລົງທຶນ, ທຳມາຫາກິນຢູ່ຫວຽດນາມ ແລະ ສະເໜີໃຫ້ສະພາດຳເນີນທຸລະກິດຮ່ວມມືກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ໝາກຜົນສູງໃນການຮ່ວມມື. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາໂຄງການເຊິ່ງສະພາດຳເນີນທຸລະກິດຜັນຂະຫຍາຍຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີສະພາພ້ອມກັບ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດສັນຍາຄູ່ຮ່ວມມືຂ້າມປາຊີຟິກ TPP; ຊົມເຊີຍສະພາໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ເພາະວ່າ ນີ້ແມ່ນກຳລັງວິສາຫະກິດທີ່ກວມເອົາສ່ວນຫລາຍ; ຖືວ່າ: ຄວນມີຫລາຍຮູບການສົມທົບກັນເປັນຢ່າງດີ ແລະ ມີປະສິດທິຜົນກັບບັນດາວິສາຫະກິດ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ອາເມລິກາໃຫ້ສັກຕະຍາບັນສັນຍາສະບັບນີ້ໂດຍໄວ.