ທ່ານເຈືອງເຕີນຊາງປະທານປະເທດໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນສາກົນ
ທ່ານເຈືອງເຕີນຊາງປະທານປະເທດ
ຕ້ອນຮັບຜູ້ອຳນວຍການໃຫຍ່ກອງທຶນສາກົນ
(ພາບ: TTXVN)
(vovworld) – ວັນທີ 16 ມີນາ, ຢູ່ສຳນັກງານປະທານປະເທດ, ທ່ານ ເຈືອງເຕີນຊາງ, ປະທານປະເທດ ໃຫ້ການຕ້ອນຮັບ ທ່ານ ນາງ Christine Lagarde ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF), ເນື່ອງໃນໂອກາດ ທ່ານ ນາງ Christine Lagarde ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເຈືອງເຕີນຊາງ, ປະທານປະເທດ ໄດ້ຂອບໃຈ ບັນດາການຕີລາຄາ ດ້ວຍຄວາມຈິງໃຈ ແລະ ມີຜົນປະໂຫຍດ ຂອງ IMF ກ່ຽວກັບ ການພັດທະນາເສດຖະກິດຂອງຫວຽດນາມ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ດ້ວຍເປົ້າໝາຍ GDP ປະມານ 6% ໃນໄລຍະຈະມາເຖິງ, ຫວຽດນາມ ຖືເປັນສຳຄັນ ຄຸນນະພາບການເຕີບໂຕ. ໃນວິວັດການປະຕິຮູບເສດຖະກິດຢ່າງເຂັ້ມແຂງ, ຫວຽດນາມ ຈະສຸມໃສ່ສ້າງໂຄງປະກອບທະນາຄານຄືນໃໝ່, ປ່ຽນໃໝ່ລັດວິສາຫະກິດ, ຊຸກຍູ້ການພັດທະນາເສດຖະກິດເອກະຊົນ, ສຸມໃສ່ດຶງດູດການລົງທຶນຈາກຕ່າງປະເທດຢ່າງແຮງກ່ວາອີກ. ຄຽງຄູ່ກັບວິວັດການດັ່ງກ່າວນັ້ນ, ຫວຽດນາມ ຈະຫັນປ່ຽນຢ່າງແຮງດ້ານເສດຖະກິດກະສິກຳ, ໃນວິວັດການນີ້ຫວຽດນາມ ນັບຖື ແລະ ຫວັງວ່າ ກອງທຶນເງິນຕາສາກົນ ຈະປະກອບສ່ວນ ໃຫ້ຫວຽດນາມ ບັນດາຄຳສະເໜີຢ່າງກົງໄປກົງມາ; ພ້ອມທັງ ໜູນຊ່ວຍ ຫວຽດນາມ ໃນການຊອກຫາແຫຼ່ງທຶນກູ້ຢືມບູລິມະສິດສູງກ່ວາ, ຮັບໃຊ້ໃຫ້ແກ່ວິວັດການພັດທະນາເສດຖະກິດແບບຍືນຍົງ.
ສ່ວນ, ທ່ານ ນາງ Christine Lagarde ຕີລາຄາສູງຍຸດທະສາດການພັດທະນາ ຂອງຫວຽດນາມ ທີ່ມຸງໄປເຖິງຄຸນນະພາບ ແລະ ຄວາມຍືນຍົງ, ເປັນເຈົ້າການ ແລະ ຫວຽດນາມບໍ່ເອື່ອຍອີງໃສ່ປະເທດອື່ນ IMF ປາດຖະໜາຢາກຮ່ວມມື ກັບຫວຽດນາມ ຢ່າງແຮງ ກ່ວາອີກ ໃນບັນດາຂົງເຂດເຊິ່ງອົງການນີ້ມີທ່າແຮງ, ໃຫ້ຄຳໝັນສັນຍາຈະມານະພະຍາຍາມ ເພື່ອສະໜັບສະໜູນຫວຽດນາມ ໃນການຕອບສະໜອງ ການໜູນຊ່ວຍດ້ານວິຊາການ ເພື່ອຊ່ວຍຫວຽດນາມ ສ້າງເສດຖະກິດມະຫາພາກເປັນປົກກະຕິ.