ທ່ານເຈືອງເຕີນຊາງໃຫ້ ການຕ້ອນຮັບອະດີດ ນັກຮົບຫວຽດມິງກຳແພງ ຮ່ວາງຢ້ຽວ
(ພາບ:VOV)
(vovworld)- ຕອນບ່າຍວັນທີ 16/7, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມີການພົບປະກັບຜູ້ແທນ 24 ທ່ານ ຕາງໜ້າໃຫ້ບັນດານັກຮົບຫວຽດມິງກຳແພງຮ່ວາງຢ້ຽວຜູ້ທີ່ໄດ້ປະກອບສ່ວນຢ່າງໃຫ່ຍຫຼວງເຂົ້າໃນໄຊຊະນະຂອງການປະຕິວັດເດືອນສິງຫາຢູ່ນະຄອນຫຼວງ. ທ່ານປະທານປະເທດເຈືອງເຕີນຊາງ ແລະ ບັນດາຜູ້ແທນ ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າອົ່ງອາດຂອງກອງທັບ ແລະ ປຊຊ ນະຄອນຫຼວງເວົ້າລວມ ແລະ ຜົນງານການສູ້ຮົບຂອງບັນດານັກຮົບຫວຽດມິງກຳແພງຮ່ວາງຢ້ຽວ ເວົ້າສະເພາະ. ເມື່ອໂອ້ລົມກັບບັນດາຜູ້ແທນ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ຕີລາຄາສູງຜົນງານການສູ້ຮົບຂອງບັນດານັກຮົບຫວຽດມິງກຳແພງຮ່ວາງຢ້ຽວ ໃນເມື່ອກ່ອນ ປະກອບສ່ວນພ້ອມກັບທົ່ວປະເທດສ້າງເປັນການປະຕິວັດເດືອນສິງຫາປີ 1945. ໄຊຊະນະນີ້ມີຄວາມໝາຍປະຫວັດສາດອັນໃຫ່ຍຫຼວງ ແລະ ແມ່ນບົດຮຽນທີ່ລ້ຳຄ່າໃນວຽກງານຂົນຂວາຍ ປຊຊ ໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ. ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນວ່າ: ຍາມໃດ, ພັກ, ລັດ ກໍ່ຮູ້ບຸນຄຸນ ແລະ ເຄົາລົບນັບຖືບັນດາການອຸທິດສ່ວນ, ການເສຍສະຫຼະຂອງນັກຮົບຫວຽດມິງກຳແພງຮ່ວາງຢ້ຽວ ເວົ້າສະເພາະ ແລະ ບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີເວົ້າລວມ ຍ້ອນວ່າ ວຽກງານຕອບບຸນແທນຄຸນແມ່ນວຽກງານເປັນປະຈຳ ຊື່ງສະແດງໃຫ້ເຫັນມູນເຊື້ອຂອງຊາດຫວຽດນາມ.