ທ່ານປະທານປະເທດ ເຈືອງເຕີນຊາງ
(vovworld) - ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ຫວຽດນາມ ຈະປະຕິບັດ 3 ໜ້າທີ່ໃນປີ 2013 ເປັນຢ່າງດີ ນັ້ນແມ່ນ: ພັດທະນາພື້ນຖານໂຄງລ່າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ປັບປຸງລະບອບເສດຖະກິດ. ເມື່ອຕອບສຳພາດຕໍ່ສຳນັກຂ່າວສານຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໃນປະຈຸບັນແມ່ນ: ຍູ້ໄວລະດັບການພັດທະນາພື້ນຖານ ໂຄງລ່າງຢ່າງມີປະສິດທິຜົນ ຕາມແຜນນະໂຍບາຍທີ່ໄດ້ວາງອອກ ເພື່ອພັດທະນາໃນລະດັບສູງກ່ວາໃນໄລຍະຕໍ່ໄປ. ນອກຈາກນັ້ນ, ຫວຽດນາມ ຕ້ອງສຸມໃສ່ແກ້ໄຂບັນດາບັນຫາຊີວິດສັງຄົມຂອງປະຊາຊົນໃຫ້ດີກ່ວາອີກ. ທ່ານປະທານປະເທດ ເຈືອງເຕີນຊາງ ຮຽກຮ້ອງໃຫ້ພໍ່ແມ່ນປະຊາຊົນ, ນັກຮົບໃນທົ່ວປະເທດ ຈົ່ງສຸດຈິດສຸດໃຈ ມານະພະຍາຍາມສູ້ຊົນໃນແຕ່ລະຖານະອື່ນໆ ຂອງຕົນເພື່ອປະຕິບັດບັນດາຈຸດໝາຍເຊິ່ງພັກ, ລັດໄດ້ວາງອອກໃຫ້ດີ ນັ້ນແມ່ນ: ປ່ຽນໃໝ່, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ເຮັດໃຫ້ເສດຖະກິດມະຫາພາກເປັນປົກກະຕິ ເພື່ອພັດທະນາໃຫ້ນັບມື້ນັບໝັ້ນຄົງກ່ວາ, ມີຄຸນນະພາບກ່ວາ, ມີປະສິດທິຜົນກ່ວາ, ຈາກນັ້ນຮັບປະກັນຄາດໝາຍຮອດປີ 2020, ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ.