ທ່ານເລຂາຄະນະພັກ ນະຄອນ ໂຮ່ຈີ໋ມິນ ຕອ້ນຮັບ ຫົວໜ້າກົງສູນ ອາເມລິກາ ຄົນໃໝ່

ທ່ານເລຂາຄະນະພັກ ນະຄອນ ໂຮ່ຈີ໋ມິນ ຕອ້ນຮັບ ຫົວໜ້າກົງສູນ ອາເມລິກາ ຄົນໃໝ່ - ảnh 1
(ທ່ານ​​ເລຂາ​ຄະນະ​ພັກ​ນະຄອນ ​ເລ​ແທງ​ຫາຍ)

(vovworld) – ຕອນ​ບ່າຍ​ວັນ​ທີ 7/1, ​ໃນ​ການ​ຕ້ອນ​ຮັບຫົວໜ້າກົງ​ສູນ​ ອາ​ເມ​ລິ​ກາ ປະຈຳ​ ຫວຽດນາມ ຄົນ​ໃໝ່ທີ່​ນະຄອນ ໂຮ່ຈີ໋ມິນ, ທ່ານ​ນາງ Rena Elizabeth Bitter, ທ່ານ​​ເລຂາ​ຄະນະ​ພັກ​ນະຄອນ ​ເລ​ແທງ​ຫາຍ ​ໄດ້ຕີ​ລາຄາ​ສູງ​ບາດ​ກ້າວ​ພັດທະນາ​ໃໝ່​ໃນ​ການ​​ພົວພັນລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ​ ​ໃນຫຼາຍຂົງ​ເຂດ, ພິ​ເສດ​ແມ່ນດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ສຶກສາ - ບຳລຸງ​ສ້າງ. ທ່ານ​​ເລຂາ​ຄະນະ​ພັກ​ນະຄອນ ເລ​ແທງ​ຫາຍ ​ເຊື່ອໝັ້ນວ່າ ທ່ານ​ນາງ​ຫົວໜ້າກົງ​ສູນ ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ - Rena Elizabeth Bitter ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້ສາຍພົວພັນ​ສອງ​ຝ່າຍ​ກວ່າ​ອີກ . ສ່ວນ​ທ່ານ​ນາງ Rena Elizabeth Bitter ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາຖື​ຫວຽດນາມ​ເປັນໜຶ່ງ​ໃນ​ບັນດາ​ບູລິ​ມະ​ສິດ​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ທີ່ສອງ​ປະ​ເທດ​ພວມ​ເຈລະຈາກ່ຽວກັບ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດປາຊີ​ຟິກ, ວິ​ສາ​ຫະກິດ​ຫຼາຍ​ແຫ່ງຂອງ ອາ​ເມ​ລິ​ກາ ສືບ​ຕໍ່​ເລືອກ​ເຟັ້ນນະຄອນ ໂຮ່ຈີ໋ມິນ ​​ເປັນ​ແຫ່ງ​ເຂົ້າມາລົງທຶນ​ໃໝ່.

ຂ່າວ/ບົດ​ອື່ນ