ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟູຈ້ອງ ພົບປະກັບສະມາຊິກພັກຫນຸ່ມດີເດັ່ນທົ່ວປະເທດ

(VOVWORLD) -ຕອນເຊົ້າວັນທີ 27 ສິງຫາ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ພົບປະສັງສັນກັບສະມາຊິກພັກຫນຸ່ມດີເດັ່ນທົ່ວປະເທດ 329 ຄົນ ຊື່ງໄດ້ຮ່ຳຮຽນ ແລະ ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມີນ, ເນື່ອງໃນໂອກາດລະນຶກ 50 ປີແຫ່ງວັນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈິມີນ (1969- 2019).

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟູຈ້ອງ ພົບປະກັບສະມາຊິກພັກຫນຸ່ມດີເດັ່ນທົ່ວປະເທດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ການພົບປະກັບສະມາຊິກພັກຫນຸ່ມດີເດັ່ນ

ພາບ:vietnam+

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢືນຢັນວ່າ: ຊາວຫນຸ່ມ ແມ່ນກຳລັງສວມບົດບາດສຳຄັນຍິ່ງໃນວິວັດການສ້າງຕັ້ງ ແລະການເຄື່ອນໄຫວຂອງພັກກອມມູນິດຫວຽດນາມ. ທ່ານຫວັງວ່າ ໄລຍະຈະມາເຖິງ  ບັນດາສະມາຊິກພັກຫນຸ່ມ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ກໍ່ຄື ປະຕິບັດຫນ້າທີ່ຂອງຕົນເປັນຢ່າງດີ. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເຊື່ອໝັ້ນວ່າ ລຸ້ນຫນຸ່ມຫວຽດນາມ ຈະບືນຕົວຂຶ້ນເພື່ອໃຫ້ທັດທຽມກັບລຸ້ນຫນ່ມບັນດາປະເທດກ້າວຫນ້າໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ