(VOVWORLD) - ການນຳ 2 ທ່ານໄດ້ເປັນເອກະພາບຈະຕັ້ງໜ້າພ້ອມກັນສົມທົບກັນເພື່ອແນໃສ່ປະຕິບັດບັນດາມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການເມືອງ - ການທູດ, ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານຮອງປະທານສະພາແຫ່ງຊາດ ຮູງກາຣີ Hande Csada
|
ຕອນບ່າຍວັນທີ 10 ກັນຍາ, ທີ່ນະຄອນຫຼວງ Budapest, ທ່ານປະທານາທິບໍດີ ຮູງກາຣີ Janos Ader ໄດ້ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານປະທານາທິບໍດີ ຮູງກາຣີ ຢັ້ງຢືນວ່າ ຮູງກາຣີ ຍາມໃດກໍ່ ຖືຫວຽດນາມ ເປັນຄູ່ຮ່ວມມືສຳຄັນທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຈະມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ກ່ວາອີກ.
ການນຳ 2 ທ່ານໄດ້ເປັນເອກະພາບຈະຕັ້ງໜ້າພ້ອມກັນສົມທົບກັນເພື່ອແນໃສ່ປະຕິບັດບັນດາມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການເມືອງ - ການທູດ, ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ການສຶກສາ - ບຳລຸງສ້າງຢ່າງມີປະສິດທິຜົນ…
ແລະກໍ່ໃນຕອນບ່າຍວັນດຽວກັນ,ທີ່ສຳນັກງານສະພາແຫ່ງຊາດ ຮູງກາຣີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດ ຮູງກາຣີ Hande Csada. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານຮອງປະທານສະພາແຫ່ງຊາດ Hande Csada ເຫັນດີເປັນເອກະພາບສ້າງທຸກເງື່ອນໄຂສະດວກເພື່ອໃຫ້ອົງການນິຕິບັນຍັດ 2 ປະເທດເພີ່ມທະວີການຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ, ທາງ 2 ຝ່າຍ ແລະ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ; ເພີ່ມທະວີການຮ່ວມມື, ພົວພັນແລກປ່ຽນລະຫວ່າງບັນດາອົງການສະເພາະກິດຂອງສະພາແຫ່ງຊາດ, ກຸ່ມສະມາຊິກສະພາມິດຕະພາບ 2 ປະເທດເພື່ອແນໃສ່ແບ່ງປັນບົດຮຽນໃນການເຄື່ອນໄຫວດ້ານນິຕິບັນຍັດ, ການຕິດຕາມກວດກາ, ບຳລຸງສ້າງ, ຝືກອົບຮົບໃຫ້ພະນັກງານ, ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ 2 ປະເທດ; ເປັນເອກະພາບເອົາໃຈໃສ່ຊີ້ນຳ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ກຸ່ມສະມາຊິກສະພາມິດຕະພາບ 2 ປະເທດເສີມຂະຫຍາຍບົດບາດໃນການຊຸກຍູ້ ແລະ ການພັດທະນາການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດຢ່າງມີປະສິດທິຜົນ.