ທ່ານເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງຄວາມສະເໝີພາບລະຫວ່າງຍິງ-ຊາຍເນື່ອງໃນໂອກາດວັນແມ່ຍິງສາກົນ
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບປະກອບ: UNHCR)
(vovworld) - ກ່າວຄຳເຫັນເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຖືກດຳເນີນຢູ່ນະຄອນຫຼວງ Nairobi ຂອງ Kenya, ວັນທີ 08/03, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ, ໂລກຍັງບໍ່ທັນຮັບຮູ້ຢ່າງຈະແຈ້ງເທື່ອ ກ່ຽວກັບບັນຫາທີ່ໄດ້ເຕື້ອງເຖິງຫຼາຍແມ່ນຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຍ້ອນວ່າ ຫຼາຍສັງຄົມເພດຊາຍກວມເອົາສ່ວນຫຼາຍ. ຕາມທ່ານ Antonio Guterres ແລ້ວ, ບັນດາຂໍ້ລິເລີ່ມກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຍັງປະສົບກັບສິ່ງກີດຂວາງຫຼາຍຢ່າງໃນຫຼາຍສັງຄົມໃນໂລກ; ບັນດາການກະທຳທາລຸນຕໍ່ແມ່ຍິງ ແລະ ເດັກຍິງຍັງດຳເນີນຢູ່ຫຼາຍແຫ່ງໃນໂລກ… ທ່ານຖືວ່າ, ຖ້າແມ່ຍິງເຂົ້າຮ່ວມການແກ້ໄຂການປະທະກັນຈະດີກວ່າ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຊີ້ແຈ້ງວ່າ, ມີຫຼາຍອົງການຈັດຕັ້ງ, ໃນນັ້ນມີບັນດາລັດຖະບານ, ສະພາແຫ່ງຊາດ, ວິສາຫະກິດ, ໂຮງຮຽນ ຈະມີຄວາມວັດທະນາຖາວອນກວ່າ ເມື່ອເຂົາເຈົ້າປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ.