ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ)
(vovworld) - ຕອນບ່າຍວັນທີ 22/12, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ລິວຈີບາວ, ກຳມະການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຄະນະໂຄສະນາ ສູນກາງພັກກອມມູນິດຈີນ ນຳໜ້າຄະນະຜູ້ແທນພັກກອມມູນິດຈີນ ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີລະຫວ່າງ 2 ພັກຄັ້ງທີ 12 ດ້ວຍຫົວຂໍ້ “ກໍ່ສ້າງພັກໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນ - ສິ່ງທ້າທາຍ, ປະສົບການຂອງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຈີນ”. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸກຈ້ອງ ໄດ້ຕີລາຄາສູງຫົວຂໍ້ຂອງກອງປະຊຸມສຳມະນາທິດສະດີຄັ້ງທີ 12 ລະຫວ່າງ 2 ພັກ, ເນັ້ນໜັກເຖິງຄວາມສຳຄັນມີລັກສະນະຫຼັກແຫຼ່ງ, ມີຄວາມໝາຍຕັດສິນຂອງວຽກງານກໍ່ສ້າງພັກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງສຳລັບແຕ່ລະພັກ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງຄືໃນປະຈຸບັນ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ 2 ຝ່າຍສຸມໃສ່ແລກປ່ຽນທິດສະດີ, ແບ່ງປັນບົດຮຽນຢ່າງແທດຈິງ, ປະກອບສ່ວນກໍ່ສ້າງພັກ, ຍົກສູງປະສິດທິຜົນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຍົກສູງກຳລັງຄວາມສາມາດ ແລະ ບົດບາດກຳອຳນາດຂອງ 2 ພັກໃນສະພາບການໃໝ່.
ສ່ວນທ່ານ ລິວຈີບາວ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງຫົວຂໍ້ກອງປະຊຸມສຳມະນາຄັ້ງທີ 12 ລະຫວ່າງ 2 ພັກ, ສະແດງຄວາມປາດຖະໜາຢາກພ້ອມກັບຝ່າຍຫວຽດນາມ ລົງເລິກແລກປ່ຽນທິດສະດີ ແລະ ປະສົບການຕົວຈິງກ່ຽວກັບວຽກງານກໍ່ສ້າງພັກ ແລະ ປ້ອງກັນຕ້ານການສໍ້ລາດບັງຫຼວງທີ່ກອງປະຊຸມສຳມະນາຄັ້ງນີ້, ເຫັນດີເປັນເອກະພາບເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງບັນດາອົງການໂຄສະນາສຶກສາ 2 ພັກ ແລະ ສື່ສານ 2 ປະເທດໃນໄລຍະຈະມາເຖິງ.