ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບທ່ານປະທານສະພາແຫ່ງຊາດສເກົາຫລີ Chung Sye-kyun
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບທ່ານປະທານສະພາແຫ່ງຊາດ ສເກົາຫລີ Chung Sye-kyun
|
(vovworld)- ກ່າວຄຳເຫັນທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສເກົາຫລີ Chung Sye-kyun ດຳເນີນໃນຕອນບ່າຍວັນທີ 25/4, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງການພັດທະນາການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສເກົາຫລີ ຢ່າງຕັ້ງຫນ້າມີປະສິດທິຜົນໃນບັນດາຂົງເຂດໃນຊຸມປີຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງປາດຖະຫນາວ່າ ສອງຝ່າຍຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນທຸກຂັ້ນ ເພື່ອປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ ສເກົາຫລີ ສືບຕໍ່ພັດທະນາຢ່າງແຮງ ແລະ ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ສເກົາຫລີ ຢືນຢັນ: ສເກົາຫລີ ຈະຍູ້ແຮງການຮ່ວມມື, ຖ່າຍທອດເຕັກໂນໂລຊີ ເພື່ອປະກອບສ່ວນເຂົ້າໃນພາລະກິດຫັນເປັນອຸດສາຫະກຳ, ທັນສະໄຫມຢູ່ຫວຽດນາມ, ສະແດງຄວາມປາດຖະຫນາ ແລະ ເຊື່ອໝັ້ນວ່າ ການພົວພັນລະຫວ່າງ ສເກົາຫລີ - ຫວຽດນາມ ຈະສືບຕໍ່ພັດທະນາອັນດີງາມໃນໄລຍະຈະມາເຖິງ.