ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບທ່ານHtinKyawປະທານາທິບໍດີສາທາລະນະລັດສະຫະພາບມຽນມາ
ທ່ານ Htin Kyaw ປະທານາທິບໍດີສາທາລະນະລັດສະຫະພາບມຽນມາ ແລະ ທ່ານ ເລຂະທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ
(vovworld)- ຕອນບ່າຍ ວັນທີ 26/10, ຢູ່ສຳນັກງານສູນກາງພັກ, ທ່ານ ເລຂະທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕ້ອນຮັບ ທ່ານ Htin Kyaw ປະທານາທິບໍດີສາທາລະນະລັດສະຫະພາບມຽນມາ, ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍ ແລະ ຖືວ່າ: ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງ ທ່ານ Htin Kyaw ປະທານາທິບໍດີມຽນມາ ມີຄວາມໝາຍສຳຄັນ ໃນສະພາບການສອງປະເທດ ລ້ວນແຕ່ມີຄະນະການນຳໃໝ່, ປະກອບສ່ວນເປີດສັງກາດໃໝ່ ໃນການພົວພັນສອງປະເທດ. ທ່ານ ເລຂາທິການໃຫຍ່ ຢືນຢັນວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ແມ່ນຖືເປັນສຳຄັນການເພີ່ມທະວີ ແລະ ເປີດກວ້າງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບມຽນມາ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາວ່າ: ສອງປະເທດຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ປະສິດທິຜົນສູງສຸດ ຂອງບັນດາກົນໄກການຮ່ວມມືສອງຝ່າຍ ພ້ອມທັງຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ເພີ່ມທະວີການພົບປະແລກປ່ຽນຂອງປະຊາຊົນ ແລະ ການຮ່ວມມື ລະຫວ່າງ ບັນດາທ້ອງຖິ່ນ ເພື່ອແນໃສ່ໜູນຊ່ວຍ ແລະ ເພີ່ມທະວີການເຊື່ອມຕໍ່ ລະຫວ່າງ ສອງປະເທດ ຮັບປະກັນສອງປະເທດພ້ອມກັນພັດທະນາ.
ສ່ວນ ທ່ານ Htin Kyaw ປະທານາທິບໍດີສາທາລະນະລັດສະຫະພັນມຽນມາ ສະແດງຄວາມປິຕິຊົມຊື່ນ ເປັນຄັ້ງທຳອິດທີ່ມາຢ້ຽມຢາມຫວຽດນາມ ແລະ ຢືນຢັນວ່າ: ຈະສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບ ທີ່ເປັນມູນເຊື້ອຂອງສອງປະເທດ, ໃຫ້ຄຳໝັ້ນສັນຍາ ຈະປະຕິບັດການພົວພັນສອງຝ່າຍ ໃຫ້ເລິກເຊິ່ງກວ່າອີກ, ສືບຕໍ່ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ເຊັນກັນ, ຍູ້ແຮງບັນດາການຢ້ຽມຢາມ, ພົບປະຂັ້ນສູງ, ເປີດກວ້າງການພົວພັນດ້ານການຄ້າ-ການລົງທຶນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ້າງເງື່ອນໄຂດີທີ່ສຸດ ໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດພັດທະນາ, ເພີ່ມທະວີການພົວພັນແລກປ່ຽນຂອງປະຊາຊົນ ແລະ ສົມທົບກັນຢ່າງແໜ້ນແຟ້ນ ໃນອາຊຽນ ແລະ ບັນດາເວທີປາໄສພາກພື້ນ ແລະ ສາກົນ.